ບໍ່ມີການເລືອກເຟັ້ນໃດດີກວ່າມາດຕະການສອງລັດໃນການປະທະກັນລະຫວ່າງອິດສະຣາແອນ-ປາແລດສະຕີນ

ບໍ່ມີການເລືອກເຟັ້ນໃດດີກວ່າມາດຕະການສອງລັດໃນການປະທະກັນລະຫວ່າງອິດສະຣາແອນ-ປາແລດສະຕີນ - ảnh 1
ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢິວ​ຢູ່​ຝັງ​ຕາ​ເວັນ​ຕົກ
ພາບ:TTXVN

(vovworld)-  ວັນ​ທີ 15/2, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Antonio Guterres ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ເລື່ອງ​ປະ​ລະ​ມາດ​ຕະ​ການ​ສອງ​ລັດ​ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕີນ ແລະ ຢືນ​ຢັນ​ວ່າ “ບໍ່​ມີ​ມາດ​ຕະ​ການ​ໃດ​ສາ​ມາດປ່ຽນ​ແທນ​ໄດ້”. ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ຮ່ວມ​ຢູ່ Cairo ເມື່ອ​ວັນ​ທີ 15/2 ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ ອີຢີບ, ທ່ານ Guterres ເນັ້ນ​ຫນັກ​ວ່າ: “ຄວນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອາດຈະ​ເຮັດ​ໄດ້” ເພື່ອ​ຮັກ​ສາ​ຄວາມ​ສາ​ມາດ​ບັນ​ລຸ​ມາດ​ຕະ​ການ​ສອງ​ລັດ​ໃນ​ການ​ປະ​ທະ​ກັນ​ນີ້. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຍົກ​ອອກ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ພາຍ​ຫລັງ​ມື້​ຫນຶ່ງ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ທຳ​ນຽບ​ຂາວ​​ຜູ້​ຫນຶ່ງໄດ້​ກ່າວ​ຄຳ​ເຫັນ​ວ່າ ອາ​ເມ​ລິ​ກາ ບໍ່​ຈຳ​ເປັນ​​ສືບ​ຕ​າມ​ມາດ​ຕະ​ການ ລັດ​ປາ​ແລດ​ສະ​ຕີນ​ຄຽງ​ຂ້າງ ອິ​ດ​ສະ​ຣາ​ແອນ ແລະ ຈະ​ບໍ່​ກໍ່​ກຳ​ລັງ​ດັນ​ເພື່ອ​​ບັງ​ຄັບ ອິດ​ສະ​ຣາ​ແອນ​ຕ້ອງ​ເຈ​ລະ​ຈາ​ກັບ ຊາວ ປາ​ແລດ​ສະ​ຕີນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຫນ້າ​ທີ່​ດັ່ງ​ກ່າວໃຫ້​ຮູ້​ວ່າ: ວໍຊີງ​ຕັນ ສະ​ຫນັບ​ສະ​ຫນູນ​ສິ່ງ​ທີ່​ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ.

ໃນ​ວັນ​ດຽວ​ກັນ, ທ່ານ​ນາງ Hanan Ashrawi, ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ການ​ປົດ​ປ່ອຍ​ປາ​ແລດ​ສະ​ຕີນ (PLO) ໄດ້​ກ່າວ​ປະ​ນາມ​ຄຳ​ເຫັນຂອງ​ເຈົ້າ​ຫນ້າ​ທີ່ອາ​ເມ​ລິ​ກາ ແລະ ຢືນ​ຢັນວ່າ: “ນີ້ບໍ່​ແມ່ນ​ນະ​ໂຍ​ບາຍ​ຫນຶ່ງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ບໍ່​ຮັບ​ໃຊ້​ພາ​ລະ​ກິດ​ສັນ​ຕິ​ພາບ.”


ຕອບກັບ

ຂ່າວ/ບົດ​ອື່ນ