ບໍ່ມີການໂຕ້ຕອບ,ປະທານາທິບໍດີອາເມລິກາ D.Trump ຮຽກຮ້ອງຢາກມີຂໍ້ຕົກລົງໃໝ່ກັບອີຣານ

(VOVWORLD) -ທ່ານປະທານາທິບໍດີ D.Trump ເນັ້ນໜັກວ່າ, ຈະບໍ່ອະນຸຍາດໃຫ້ອີຣານ ໄດ້ເປັນກຳມະສິດອາວຸດນິວເຄຼຍເມື່ອທ່ານພວມດຳລົງຕຳແໜ່ງ.

ບໍ່ມີການໂຕ້ຕອບ,ປະທານາທິບໍດີອາເມລິກາ D.Trump ຮຽກຮ້ອງຢາກມີຂໍ້ຕົກລົງໃໝ່ກັບອີຣານ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AP)

ຕອນເຊົ້າວັນທີ 08 ມັງກອນ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີບົດກ່າວປາໄສກ່ຽວກັບປະຕິກິລິຍາຂອງອາເມລິກາ ສຳລັບເຫດບຸກໂຈມຕີດ້ວຍເຫດຍິງລູກສອນໄຟຂອງອີຣານ ໃສ່ບັນດາຖານທີ່ໝັ້ນດ້ານການທະຫານຂອງອາເມລິກາ ຢູ່ອີຣັກ. ເປີດສາກບົດກ່າວປາໄສ, ທ່ານປະທານາທິບໍດີ D.Trump ເນັ້ນໜັກວ່າ, ຈະບໍ່ອະນຸຍາດໃຫ້ອີຣານ ໄດ້ເປັນກຳມະສິດອາວຸດນິວເຄຼຍເມື່ອທ່ານພວມດຳລົງຕຳແໜ່ງ. ທ່ານ D.Trump ກໍ່ແຈ້ງໃຫ້ຊາບວ່າ, ບໍ່ມີປະຊາຊົນອາເມລິກາ ຜູ້ໃດຖືກເສຍຊີວິດໃນບັນດາເຫດບຸກໂຈມຕີດ້ວຍລູກສອນໄຟຂອງອີຣານ, ບັນດາພົນທະຫານອາເມລິກາ ລ້ວນແຕ່ປອດໄພ ແລະ ບັນດາຖານທີ່ໝັ້ນດ້ານດ້ານການທະຫານຂອງອາເມລິກາ ຖືກຜົນສະທ້ອນໜ້ອຍສຸດ.

          ທ່ານ D.Trump ໄດ້ກ່າວຫານາຍພົນ Quasem Soleimani ວ່າໄດ້ສັງຫານນາຍທະຫານອາເມລິກາ ຫຼາຍຄົນ ລວມທັງທະຫານອາເມລິກາ ຢູ່ອີຣັກ ກໍຄືຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີໃສ່ສະຖານທູດອາເມລິກາ ຢູ່ອີຣັກ ແລະ ພວມສ້າງແຜນການໃຫ້ແກ່ການບຸກໂຈມຕີຄັ້ງໃໝ່ໃສ່ບັນດາເປົ້າໝາຍຂອງອາເມລິກາ ແລະ ນັ້ນແມ່ນເຫດຜົນທີ່ທ່ານໄດ້ຕັດສິນໃຈບຸກໂຈມຕີທາງອາກາດສັງຫານຄົນນີ້.

          ທ່ານ D.Trump ກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ແລະ ອີຣານ ພ້ອມກັນເຈລະຈາຂໍ້ຕົກລົງສະບັບໃໝ່ ບໍ່ພຽງແຕ່ຈະນຳມາເຊິ່ງຜົນປະໂຫຍດໃຫ້ອີຣານ ເທົ່ານັ້ນ, ຫາກຍັງຈະເຮັດໃຫ້ໂລກທີຄວາມປອດໄພກວ່າອີກດ້ວຍ.

          ຕອນທ້າຍບົດກ່າວປາໄສ, ທ່ານ D.Trump ໄດ້ຮຽກຮ້ອງໃຫ້ອີຣານ ພ້ອມກັນຕໍ່ສູ້ເພື່ອຕ້ານຄືນອົງການລັດອິດສະລາມ, ພ້ອມທັງປາດຖະໜາຢາກມີອະນາຄົດອັນດີງາມກວ່າໃຫ້ແກ່ການນຳ ແລະ ປະຊາຊົນອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ