ບຣາຊິນ ຈະເຂົ້າຮ່ວມ OPEC+ ໃນປີ 2024; ລັດເຊຍ ແລະ ຊະອຸດີອາຣາເບຍ ສືບຕໍ່ຫຼຸດຜ່ອນປະລິມານຜະລິດນ້ຳມັນ

(VOVWORLD) - OPEC ຫວັງວ່າ, ເລື່ອງ ບຣາຊິນ ເຂົ້າເປັນສະມາຊິກ OPEC+ ຈະຊ່ວຍເພີ່ມທະວີການສົ່ງຜົນສະທ້ອນ ແລະ ທີ່ຕັ້ງຂອງກຸ່ມນີ້ບົນຕະຫຼາດນ້ຳມັນໂລກ.
ບຣາຊິນ ຈະເຂົ້າຮ່ວມ OPEC+ ໃນປີ 2024; ລັດເຊຍ ແລະ ຊະອຸດີອາຣາເບຍ ສືບຕໍ່ຫຼຸດຜ່ອນປະລິມານຜະລິດນ້ຳມັນ - ảnh 1(ພາບປະກອບ: GAZETA DO POVO/TTXVN)

        ວັນທີ 30 ພະຈິກ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ແຈ້ງໃຫ້ຊາບວ່າ, ບຣາຊິນ ຈະເຂົ້າຮ່ວມສະຫະພັນລະຫວ່າງກຸ່ມນີ້ ແລະ ບັນດາຄູ່ຮ່ວມມື, ຫຼື ເອີ້ນວ່າ OPEC+ ໃນຕົ້ນປີ 2024.

        OPEC ຫວັງວ່າ, ເລື່ອງ ບຣາຊິນ ເຂົ້າເປັນສະມາຊິກ OPEC+ ຈະຊ່ວຍເພີ່ມທະວີການສົ່ງຜົນສະທ້ອນ ແລະ ທີ່ຕັ້ງຂອງກຸ່ມນີ້ບົນຕະຫຼາດນ້ຳມັນໂລກ.

        ປະຈຸບັນ, ບຣາຊິນ ແມ່ນປະເທດຜະລິດນ້ຳມັນໃຫຍ່ທີ່ສຸດຢູ່ ອາເມລິກາລາຕິງ ແລະ ນອນໃນຈຳນວນ 10 ປະເທດຜະລິດນ້ຳມັນດິບແຖວໜ້າໂລກ.

        ໃນເຫດການທີ່ກ່ຽວຂ້ອງໃນວັນດຽວກັນ, ລັດເຊຍ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະຍົກລະດັບການຫຼຸດຜ່ອນການປະລິມານນ້ຳມັນໂດຍສະໝັກໃຈຂຶ້ນເຖິງ 500.000 ຖັງ/ວັນ ແລະ ຂໍ້ຕົກລົງນີ້ຈະແກ່ຍາວຮອດໝົດໄຕມາດທີ 1 ປີ 2024, ດ້ວຍສາຍເຫດແມ່ນ “ຮັກສາຄວາມສະຖຽນລະພາບ ແລະ ຄວາມດຸ່ນດ່ຽງໃນຕະຫຼາດນ້ຳມັນ”. ໃນຂະນະນັ້ນ, ຊະອຸດີອາຣາເບຍ ກໍ່ຖະແຫຼງຈະຕໍ່ກຳນົດເວລາຫຼຸດຜ່ອນປະລິມານນ້ຳມັນຜະລິດສະໝັກໃຈ 1 ລ້ານຖັງ/ວັນ “ຈົນຮອດທ້າຍໄຕມາດທຳອິດຂອງປີ 2024”.

ຕອບກັບ

ຂ່າວ/ບົດ​ອື່ນ