ບ​ຣາ​ຊິນ ​ຈຳ​ກັດ​ການ​ເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ ​ປະ​ເທດ ອາ​ຊີ​ຈຳ​ນວນ​ໜຶ່ງ

(VOVWORLD) - ຕາມບົດລາຍງານຂອງຕຳຫຼວດສະຫະພັນ ບຣາຊິນແລ້ວ, ນັບແຕ່ຕົ້ນປີ 2023 ໄດ້ປະກົດມີສະພາບການວຸ້ນວາຍ ຍ້ອນກະແສຄົນພົບພະຍົບພາກັນຫຼັງໄປຍັງ ສະໜາມບິນສາກົນ Sao Paulo-Guarulhos.
ບ​ຣາ​ຊິນ ​ຈຳ​ກັດ​ການ​ເຂົ້າ​ເມືອງ​ສຳ​ລັບ​ພົນ​ລະ​ເມືອງ ​ປະ​ເທດ ອາ​ຊີ​ຈຳ​ນວນ​ໜຶ່ງ - ảnh 1ພາບປະກອບ: AFP

ນັບແຕ່ວັນທີ 26 ສິງຫາ, ບຣາຊິນໄດ້ເລີ່ມຳໃຊ້ບັນດາການຈຳກັດການເຂົ້າເມືອງສຳລັບພົນລະເມືອງປະເທດ ອາຊີ ຈຳນວນໜຶ່ງ ເຊິ່ງຖື ບຣາຊິນແມ່ນສະຖານທີ່ເລີ່ມຕົ້ນໃນການເດີນທາງອົບພະຍົບໄປຍັງ ອາເມລິກາ ແລະ ການາດາ. ຕາມກະຊວງ ຍຸຕິທຳ ບຣາຊິນແລ້ວ, ຂໍ້ຕົກລົງນີ້ຈະກໍ່ຜົນສະທ້ອນຕໍ່ຜູ້ອົບພະຍົບມາຈາກບັນດາປະເທດ ອາຊີ ທີ່ມີຄວາມຕ້ອງການຂໍວິຊາເພື່ອຢູ່ ບຣາຊິນຕໍ່, ແຕ່ບໍ່ນຳໃຊ້ສຳລັບບາງປະເທດ ອາຊີທີ່ໄດ້ຮັບການຍົກເວັ້ນວິຊາ. ຕາມນັ້ນແລ້ວ, ນັບແຕ່ອາທິດໜ້າ, ບັນດາແຂກທ່ອງທ່ຽວທີ່ບໍ່ມີວິຊາຈະ ຕ້ອງເດີນທາງຕໍ່ໄປຍັງປະເທດອື່ນ ຫຼືກັບຄືນເມືອບ່ອນເລີ່ມການເດີນທາງ.

ຕາມບົດລາຍງານຂອງຕຳຫຼວດສະຫະພັນ ບຣາຊິນແລ້ວ, ນັບແຕ່ຕົ້ນປີ 2023 ໄດ້ປະກົດມີສະພາບການວຸ້ນວາຍ ຍ້ອນກະແສຄົນພົບພະຍົບພາກັນຫຼັງໄປຍັງ ສະໜາມບິນສາກົນ Sao Paulo-Guarulhos. ເພື່ອໄປຍັງ ອາເມລິກາເໜືອ, ຜູ້ອົບພະຍົບສ່ວນຫຼາຍຈະນຳໃຊ້ເສັ້ນທາງທີ່ມີຄວາມອັນຕະລາຍພິເສດນີ້, ເດີນທາງແຕ່ ລັດ Sao Paulo ໄປຍັງລັດ Acre ຢູ່ທາງທິດຕາເວັນຕົກຂອງ ບຣາຊິນ, ຫຼັງຈາກນັ້ນຈະໄປຍັງ ເປຣູ ເພື່ອໄປຕໍ່ ອາເມລິກາກາງ ແລະ ສຸດທ້າຍກໍ່ໄປຮອດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ