ບຣາຊິນ: ຊອກເຫັນກັບດຳຂອງເຮືອບິນຕົກຢູ່ Sao Paulo

(VOVWORLD) - ເຮືອບິນໂດຍສານລຳໜຶ່ງຖືກຕົກຢູ່ໃກ້ກັບນະຄອນ Sao Paulo ຢູ່ ບຣາຊິນ, ເຮັດໃຫ້ຜູ້ໂດຍສານທັງໝົດ 58 ຄົນ ແລະ ຈຸບິນ 4 ຄົນເສຍຊີວິດ.
ບຣາຊິນ: ຊອກເຫັນກັບດຳຂອງເຮືອບິນຕົກຢູ່ Sao Paulo - ảnh 1ສະຖານທີ່ເກີດເຫດ
(ພາບ: TV Globo/TTXVN)

        ວັນທີ 09 ສິງຫາ (ຕາມເວລາທ້ອງຖິ່ນ), ວົງການນັກຄຸ້ມຄອງຂະແໜງການບິນ ບຣາຊິນ ໄດ້ແຈ້ງໃຫ້ຊາບວ່າ, ໄດ້ຊອກເຫັນກັບດຳຂອງເຮືອບິນໝາຍເລກ 2283 ຂຶ້ນກັບບໍລິສັດການບິນ Voepass ຖືກຕົກຢູ່ນະຄອນ Vinhedo, ລັດ Sao Paulo ແລ້ວ ແລະ ຈະໄດ້ສົ່ງເຖິງນະຄອນຫຼວງ Brasilia ຂອງ ບຣາຊິນ ເພື່ອວິໄຈ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ເຮືອບິນໂດຍສານລຳໜຶ່ງຖືກຕົກຢູ່ໃກ້ກັບນະຄອນ Sao Paulo ຢູ່ ບຣາຊິນ, ເຮັດໃຫ້ຜູ້ໂດຍສານທັງໝົດ 58 ຄົນ ແລະ ຈຸບິນ 4 ຄົນເສຍຊີວິດ.

        ຕາມບໍລິສັດການບິນ Voepass, ເຊິ່ງແມ່ນບໍລິສັດການບິນໃຫຍ່ທີ 4 ຢູ່ ບຣາຊິນ ແລ້ວ, ເຮືອບິນພວມເດີນທາງຈາກລັດ Parana ໄປເຖິງສະໜາມບິນສາກົນຢູ່ Sao Paulo ແລະ ຖືກອຸບັດຕິເຫດຢູ່ເທດສະບານເມືອງ Vinhedo, ຫ່າງຈາກ Sao Paulo 80 ກມ. ເຮືອບິນ 2 ເຄື່ອງຈັກ ATR72 ພວມບິນຢູ່ຄວາມສູງ 5.200ມ ບັງເອີນເກີດບັນຫາ ແລະ ຕົກລົງໜ້າດິນ.

        ຜູ້ວ່າການ Sao Paulo ໄດ້ສ້າງຕັ້ງຄະນະລັດຖະບານແກ້ໄຂວິກິດການ ເພື່ອຮັບມືກັບເຫດການ, ດ້ວຍບັນດາສະມາຊິກຈາກລັດຖະບານສະຫະພັນ, ອຳນາດການປົກຄອງທ້ອງຖິ່ນ ແລະ ກອງທັບອາກາດ ບຣາຊິນ. ປະຈຸບັນ, ຍັງບໍ່ທັນເຮັດແຈ້ງສາຍເຫດພາໄປເຖິງເກີດອຸບັດຕິເຫດດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ