ບຣາຊິນໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດເຮືອບິນຕົກ

(vovworld) – ວັນ​ທີ 29/11, ລັດ​ຖະ​ບານ ບ​ຣາ​ຊິນ ໄດ້​ປະ​ກາດ​ໄວ້​ທຸກ​ລະ​ດັບ​ຊາດເປັນ​ເວ​ລາ 3 ວັນ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​​ປະ​ສົບ​ເຄາະ​ຮ້າຍ​ທີ່ເສຍ​ຊີ​ວິດ​ໃນ​ເຫດ​ເຮືອ​ບິນ​​ຂົນ​ສົ່ງ​ທິມ​ບານ​ເຕະ Chapecoense Real ຂອງ ບ​ຣາ​ຊິນ ຖືກ​ປະ​ສົບ​ເຄາະ​ຮ້າຍ​ຢູ່​ເທດ​ສ​ະ​ບານ La Union ຂອງ Colombia. ໃນ​ຖະ​ແຫຼງ​ການ​ຂອງ​ຕົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິນ Michel Temer ໄດ້​ສະ​ແດງ​ຄວາມໂສກເສົ້າ​ເສຍ​ດາຍ, ພ້ອມ​ທັງ​ຝາກ​ຄຳ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ຄອບ​ຄົວ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ. ທ່ານກໍ່​ໃຫ້​ຮູ້​ວ່າ ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທ​ູດ ແລະ ການ​ບິນ​ຂອງ​ປະ​ເທດນີ້​ພວມ​ຕັ້ງ​ໜ້າ​ໜູນ​ຊ່ວຍ​ທິມ​ບານ​ເຕະ ກໍ່​ຄື​​ບັນ​ເທົ່າ​ຄວາມ​ເຈັບ​ປວດ​ຂອງ​ບັນ​ດາ​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

ບຣາຊິນໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດເຮືອບິນຕົກ - ảnh 1
(ພາບ: AFP)

        ຕອນ​ຄ່ຳ​ວັນ​ທີ 28/11, (ຕາມ​ເວ​ລາ​ທ້ອງ​ຖິ່ນ) ກົງ​ກັບ​ຕອນ​ເຊົ້າ​ວັນ​ທີ 29/11 (ຕາມ​ເວ​ລາ ຫວຽດ​ນາມ), ເຮືອ​ບິນ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ 72 ຄົນ ແລະ ຈຸ​ບິນ 9 ຄົນ, ໃນ​ນັ້ນ​ມີ​ບັນ​ດາ​​ນັກ​ເຕະ​ບານ​ຂອງ​ທິມ​ບານ​ເຕະ Chapecoense Real, ພວມ​ເດີນ​ທາງ​ເຖິງ​ສະ​ໜາມ​ບິນ Medellin ຂອງ Colombia ຖືກ​​ອຸ​ບັດ​ຕິ​ເຫດຕົກ​ຢູ່ ເທດ​ສ​ະ​ບານ​ເມືອງ La Union. ຕາມ​ການ​ສະ​ຖິ​ຕິ​ແລ້ວ, ຮອດ​ຈຸ​ດ​ເວ​ລາ​ປະ​ຈຸ​ບັນ, ກຳ​ລັງ​ກູ້​ໄພ​ກູ້​ຊີບ​ໄດ້​ຊອກ​ເຫັນ​​ຊາກ​ສົບ​​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ 25 ຄົນ​ແລ້ວ.


ຂ່າວ/ບົດ​ອື່ນ