ບ​ຣູ​ໄນ ຮັບ​ດຳ​ລົງ​​ຕຳ​ແໜ່ງເປັນ​ປະ​ທານ ອາ​ຊຽນ 2021 ຢ່າງ​ເປັນ​ທາງ​ການ

(VOVWORLD) -ບຣູໄນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຂອງ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ແຜນການສັງລວມສ້າງປະຊາຄົມໃນສາມເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ຢ່າງມີປະສິດທິຜົນ. 
ບ​ຣູ​ໄນ ຮັບ​ດຳ​ລົງ​​ຕຳ​ແໜ່ງເປັນ​ປະ​ທານ ອາ​ຊຽນ 2021  ຢ່າງ​ເປັນ​ທາງ​ການ - ảnh 1ມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah (ພາບ:congthuong.vn)

ນັບແຕ່ວັນທີ 1 ມັງກອນ ເປັນຕົ້ນໄປ, ບຣູໄນ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2021. ດ້ວຍຫົວຂໍ້ “ພວກເຮົາເອົາໃຈໃສ່, ພວກເຮົາກຽມພ້ອມ, ພວກເຮົາວັດທະນາຖາວອນ”, ບຣູໄນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສົມທົບກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາຂອງ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ແຜນການສັງລວມສ້າງປະຊາຄົມໃນສາມເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ - ສັງຄົມ ຢ່າງມີປະສິດທິຜົນ. ບຣູໄນ ກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດຂໍ້ລິເລີ່ມ ແລະ ໝາກຜົນທີ່ບັນລຸໄດ້ໃນປີ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ບຣູໄນ ຈະສຸມໃສ່ຂົງເຂດບຸລິມະສິດ ເຊິ່ງລວມມີ: ການສ້າງປະຊາຄົມໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການຖືປະຊາຊົນເປັນໃຈກາງ; ກະກຽມ ແລະ ເປັນເຈົ້າການຮັບມືກັບອະນາຄົດເພື່ອຮັບປະກັນ ໃຫ້ ອາຊຽນ ເປັນປະຊາຄົມທີ່ຍັງມີຄວາມເໝາະສົມ ແລະ ປະຊາຊົນສາມາດຍາດແຍ່ງກາລະໂອກາດໃໝ່ ກໍຄືຜ່ານຜ່າສິ່ງທ້າທາຍໃນປັດຈຸບັນ ແລະ ອະນາຄົດ; ສ້າງກາລະໂອກາດໃຫ້ແກ່ປະຊາຊົນທຸກຄົນໄດ້ຊົມໃຊ້ຜົນປະໂຫຍດຜ່ານຂໍ້ລິເລີ່ມຍົກສູງຄວາມວັດທະນາຖາວອນແບບຍືນຍົງໃຫ້ແກ່ພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ