ບ​ຣູ​ໄນ ໃຫ້​ສັດ​ຕະ​ຍາ​ບັນ​​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່​ສຸດ​ໃນ​ໂລກ RCEP

(VOVWORLD) - ເລື່ອງປະເທດນີ້ໃຫ້ສັດຕະຍາບັນສັນຍາ RCEP ແມ່ນສັນຍາທີ່ສະແດງໃຫ້ເຫັນຄຳໝັ້ນສັນຍານຢ່າງແຮງຂອງ ບຣູໄນ ໃນການສະໜັບສະໜູນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດຂອງພາກພື້ນ, ເພີ່ມທະວີການຮ່ວມສຳພັນທາງດ້ານເສດຖະກິດ ແລະ ການຄ້າ, ສ້າງກາລະໂອກາດໃໝ່ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ ກໍຄືສະໜັບສະໜູນລະບົບການຄ້າເສລີຫຼາຍຝ່າຍທີ່ເປີດກວ້າງ ແລະ ອີງໃສ່ລະບຽບກົດໝາຍ.
ບ​ຣູ​ໄນ ໃຫ້​ສັດ​ຕະ​ຍາ​ບັນ​​ສັນ​ຍາ​ການ​ຄ້າ​ເສ​ລີ​ໃຫຍ່​ສຸດ​ໃນ​ໂລກ RCEP - ảnh 1(ພາບປະກອບ: TTXVN)

ວັນທີ 12 ຕຸລາ, ບຣູໄນ ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຂ້າມປາຊີຟິກ (RCEP). ແຈ້ງການສື່ມວນຊົນຂອງກະຊວງການເງິນ ແລະ ເສດຖະກິດ ບຣູໄນ (MoFE) ຊີ້ແຈ້ງວ່າ ເລື່ອງປະເທດນີ້ໃຫ້ສັດຕະຍາບັນສັນຍາ RCEP ແມ່ນສັນຍາທີ່ສະແດງໃຫ້ເຫັນຄຳໝັ້ນສັນຍານຢ່າງແຮງຂອງ ບຣູໄນ ໃນການສະໜັບສະໜູນຄວາມມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດຂອງພາກພື້ນ, ເພີ່ມທະວີການຮ່ວມສຳພັນທາງດ້ານເສດຖະກິດ ແລະ ການຄ້າ, ສ້າງກາລະໂອກາດໃໝ່ໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ ກໍຄືສະໜັບສະໜູນລະບົບການຄ້າເສລີຫຼາຍຝ່າຍທີ່ເປີດກວ້າງ ແລະ ອີງໃສ່ລະບຽບກົດໝາຍ.

        ເປັນອັນວ່າ, ບຣູໄນ ແມ່ນປະເທດທີ 6 ທີ່ໃຫ້ສັດຕະຍາບັນສົນທິສັນຍາ RCEP. ກ່ອນໜ້ານັ້ນ ແມ່ນ ໄທ, ສິງກະໂປ, ຈີນ, ຍີ່ປຸ່ນ ແລະ ກຳປູເຈຍ ກໍ່ໄດ້ໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ.

         ເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດ ຢ່າງໜ້ອຍສຸດ ຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກ 9 ປະເທດ. ບັນດາປະເທດສະມາຊິກ RCEP ຕ່າງກໍສະແດງຄວາມຕັດສິນໃຈໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວກ່ອນທ້າຍປີ 2021 ເພື່ອໃຫ້ສັນຍາມີຜົນສັກສິດໃນວັນທີ 1 ມັງກອນ 2022 ຖືກຕາມເປົ້າໝາຍທີ່ໄດ້ວາງອອກ.


ຕອບກັບ

ຂ່າວ/ບົດ​ອື່ນ