ບຸລິມະສິດການລົງທຶນພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າແລະເຂດພູ ດອຍ

ບຸລິມະສິດການລົງທຶນພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າແລະເຂດພູ ດອຍ - ảnh 1
(ພາບປະກອບ)

(vovworld) ​ ​ ສືບ​ຕໍ່​ບຸລິມະສິດ​​ໜູນ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ພັດທະນາ​ເສດຖະກິດ - ສັງຄົມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ. ນີ້​​ແມ່ນຄຳຢືນຢັນ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ການຊ່ວຍເຫຼືອພັດທະນາ​ເສດຖະກິດສັງຄົມ ​ແລະ ​ເຂດ​ພູດ​ອຍ ​ໂດຍ​ຄະນະ​ກຳມະການ​ຊົນ​ເຜົ່າ​ສົມທົບ​ກັບ​ສະຫະ​ສະມາຄົ​ມບັນດາ​ອົງການ​ມິດຕະພາບ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 10/12 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ຕີ​ລາຄາວ່າ ຜ່ານ 2 ປີ​ປະຕິບັດ​ແຜນ​ຮ່າງ “​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ - ສັງ​ຄົມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ” ຂອງ​ລັດຖະບານ, ບັນດາ​ທ້ອງ​ຖິ່ນ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ໂຄງການ​ໜູນ​ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກ​ຫຼີກຢ່າງ​ມີ​ປະສິດທິ​ຜົນ. ທ່ານ ດົນຕ໋ວນຟອງ, ຮອງ​ປະທານ​ທັງ​ເປັນ​ເລ​ຂາ​ທິການ​ໃຫຍ່​ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຖື​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຄວນ​ສຸມ​ໃສ່​ຫລາຍ​ກ່ວາ​ອີກ ​ໃນການຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເຊິ່ງມີ​ຢູ່​ແລ້ວ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ປະຊາຊົນ ​ແລະ ປະຊາ​ຄົມ ​ເພື່ອ​ນຳ​ໃຊ້​ແຫຼ່ງກຳລັງ​ລົງທຶນ​ເຂົ້າ​ເຂດ​ພູດ​ອຍ, ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ມີ​ປະສິດທິ​ຜົນ. ກ່ຽວ​ກັບ​ຈຸດໝາຍ​ຍາວ​ນານ, ຍູ້​ແຮງ​ກາລະ​ໂອກາດ​ສຳຜັດ​ກັບ​ບັນດາ​ໂອກາດ ​ແລະ ຂໍ້​ມູນ​ຂ່າວສານ ​ເພື່ອ​ໃຫ້ປະຊາຊົນກຳ​ໄດ້ ​ແລະ ​ເປັນ​ເຈົ້າ​ການ​ແກ້​ໄຂ”.

ຂ່າວ/ບົດ​ອື່ນ