ບໍລິສັດ Telsa (ເຢຍລະມັນ) ເລີ່ມລົງມືກໍ່ສ້າງໂຮງງານໃໝ່ຢູ່ ຫວຽດນາມ

(VOVWORLD) -ໂຮງງານໃໝ່ຂອງກຸ່ມບໍລິສັດ Telsa ແມ່ນເພື່ອແນໃສ່ເພີ່ມກຳລັງແຮງໃນການຜະລິດຂອງກຸ່ມບໍລິສັດຢູ່ ອາຊີ ຕື່ມອີກ.
ບໍລິສັດ Telsa (ເຢຍລະມັນ) ເລີ່ມລົງມືກໍ່ສ້າງໂຮງງານໃໝ່ຢູ່ ຫວຽດນາມ - ảnh 1ອຸດສາຫະກຳ DEEP C,  ຫາຍຟ່ອງ
(ພາບ: baodauthau.vn)

ພິທີເລີ່ມລົງມືກໍ່ສ້າງໂຮງງານ Telsa (ສາທາລະນະລັດສະຫະພັນ ເຢຍລະມັນ) ຫາກໍ່ດຳເນີນຢູ່ເຂດອຸດສາຫະກຳ DEEP C,  ຫາຍຟ່ອງ. ດ້ວຍເນື້ອທີ່ດິນກວ້າງ 70,000 ຕາແມັດ ລວມມູນຄ່າການກໍ່ສ້າງທັງໝົດ 55 ລ້ານເອີໂລ, ໂຮງງານໃໝ່ຂອງກຸ່ມບໍລິສັດ Telsa ແມ່ນເພື່ອແນໃສ່ເພີ່ມກຳລັງແຮງໃນການຜະລິດຂອງກຸ່ມບໍລິສັດຢູ່ ອາຊີ ຕື່ມອີກ. ຄາດວ່າ, ການກໍ່ສ້າງໂຮງງານດັ່ງກ່າວຈະສຳເລັດໃນໄຕມາດທີ 1 ປີ 2023, ຂັ້ນຕອນການຜະລິດຈະເລີ່ມດຳເນີນໃນໄຕມາດທີ 1 ປີ 2024, ດ້ວຍເປົ້າໝາຍຜະລິດສະກອັດອຸດສາຫະກຳ 40 ລ້ານຕາແມັດຕໍ່ປີ.

        ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງໂຮງງານແບບທາງໄກ, ທ່ານປະລິນຍາເອກ Norman Goldberg, ຜູ້ອຳນວຍການຝ່າຍບໍລິຫານງານ Telsa ທົ່ວໂລກໃຫ້ຂໍ້ສັງເກດວ່າ: ເລື່ອງສ້າງໂຮງງານແຫ່ງໃໝ່ຂອງກຸ່ມບໍລິສັດ Telsa ຢູ່ ຫວຽດນາມ ໄດ້ສ້າງຂີດໝາຍສຳຄັນໃໝ່ຂອງ Telsa ຢູ່ຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຢູ່ ອາຊີ. ຜ່ານນັ້ນ, ຍົກສູງກຳລັງ ແລະ ຄວາມສາມາດແກ່ງແຍ້ງຂອງບັນດາບໍລິສັດ ເຢຍລະມັນ ຢູ່ພາກພື້ນສຳຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ