ບໍລິສັດ ອິນເດຍ ເລີ່ມນໍາໂຮງງານຜະລິດໄຟຟ້ານໍາໃຊ້ພະລັງງານແສງຕາເວັນຢູ່ຫວຽດນາມ ເຂົ້າເຄື່ອນໄຫວ

(VOVWORLD) -ບໍລິສັດ Waaree Energies ແມ່ນບໍລິສັດ ແມ່່ນບໍລິສັດນໍາໜ້າຂອງກຸ່ມບໍລິສັດ Waaree. ນີ້ແມ່ນກຸ່ມບໍລິສັດປະດິດແຕ່ງອຸປະກອນທີ່ໃຊ້ພະລັງງານແສງຕາເວັນແຖວໜ້າຂອງ ອິນເດຍ  ແລະ ມີໜ້າເຄື່ອນໄຫວຢູ່ 280 ແຫ່ງ ຂອງ ອິນເດຍ ແລະ 68 ປະເທດ ໃນໂລກ.

        ວັນທີ 4 ມິຖຸນາ, ບໍລິສັດຜະລິດອຸປະກອນທີ່ນໍາໃຊ້ພະລັງງານແສງຕາເວັນ ອິນເດຍ Waaree Energies ແຈ້ງໃຫ້ຊາບວ່າ ໂຮງງານຜະລິດໄຟຟ້ານໍາໃຊ້ພະລັງງານແສງຕາເວັນ ທີ່ມີກໍາລັງການຜະລິດ 50 MW ຢູ່ແຂວງແຄ໊ງຮວ່າຂອງຫວຽດນາມ ໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການ. ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວຢູ່ New Delhi, ທ່ານ Sunil Rathi ຜູ້ອໍານວຍການຝ່າຍດໍາເນີນທຸລະກິດ ແລະ ສຶກສາເປີດກວ້າງຕະຫຼາດ ຂອງ Waaree Energies ຢັ້ງຢືນວ່າ ໂຄງການດັ່ງກ່າວ ໄດ້ສ້າງຂີດໝາຍຕໍ່ການມີໜ້າຂອງບໍລິສັດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ໃນທ້າຍເດືອນພຶດສະພາຜ່ານມາ ໂຄງການດັ່ງກ່າວໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການ ແລະ ຄາດຄະເນວ່າ ຈະຜະລິດໄຟຟ້າໄດ້ເກືອບ 80 ລ້ານ kWh/ປີ.

        ບໍລິສັດ Waaree Energies ແມ່ນບໍລິສັດ ແມ່່ນບໍລິສັດນໍາໜ້າຂອງກຸ່ມບໍລິສັດ Waaree. ນີ້ແມ່ນກຸ່ມບໍລິສັດປະດິດແຕ່ງອຸປະກອນທີ່ໃຊ້ພະລັງງານແສງຕາເວັນແຖວໜ້າຂອງ ອິນເດຍ  ແລະ ມີໜ້າເຄື່ອນໄຫວຢູ່ 280 ແຫ່ງ ຂອງ ອິນເດຍ ແລະ 68 ປະເທດ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ