ບໍລິສັດການບິນ Lanmei Airlines (ກຳປູເຈຍ) ເປີດ 2 ສາຍການບິນມາ ຫວຽດນາມ

(VOVWORLD) - ສາຍການບິນລະຫວ່າງ ພະນົມເປັນ ແລະ ຮ່າໂນ້ຍ ໄດ້ຮັບການກຳເນີດເພື່ອແນໃສ່ຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນເສດຖະກິດສາກົນ.
ບໍລິສັດການບິນ Lanmei Airlines (ກຳປູເຈຍ) ເປີດ 2 ສາຍການບິນມາ ຫວຽດນາມ - ảnh 1 ການປະຊຸມຂ່າວເປີດສາຍການບິນໃໝ່

       ບໍລິສັດການບິນກຳປູເຈຍ Lanmei Airlines ຈະເປີດສາຍການບິນ ພະນົມເປັນ (ກຳປູເຈຍ) - ຮ່າໂນ້ຍ (ຫວຽດນາມ) ແລະ ຊຽມຣຽບ (ກຳປູເຈຍ) - ໂຮ່ຈີມິນ ( ຫວຽດນາມ) ໃນວັນອັງຄານ, ວັນພຸດ, ວັນສຸກ ແລະ ວັນອາທິດໃນແຕ່ລະອາທິດ ນັບແຕ່ວັນທີ 20 ທັນວາ 2017. ລາຄາການບິນແຕ່ລະສາຍແມ່ນແຕ່ 1.900.000 ດົ່ງ ລວມທັງຄ່າທຳນຽມ, ພາສີ.

        ສາຍການບິນລະຫວ່າງ ພະນົມເປັນ ແລະ ຮ່າໂນ້ຍ ໄດ້ຮັບການກຳເນີດເພື່ອແນໃສ່ຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນເສດຖະກິດສາກົນ. ສາຍການບິນທີ 2 ແມ່ນນະຄອນ ຊຽມຣຽບ ດ້ວຍສິ່ງມະຫັດສະຈັນທີ່ໂດ່ງດັງໃນໂລກແມ່ນ AngKor Wat ທີ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຈະແມ່ນບາດກ້າວໃຫຍ່ໃນການແລກປ່ຽນວັດທະນະທຳ 2 ປະເທດ ແລະ ຂຸດຄົ້ນຊັບພະຍາກອນທ່ອງທ່ຽວໃຫ້ທັງ 2 ຊາດ.

        ບໍລິສັດການບິນ Lanmei Airlines ໃຫ້ບຸລິມະສິດພັດທະນາຮູບແບບການບິນລາຄາຖືກ, ເພື່ອສຳຜັດກັບແຂກທ່ອງທ່ຽວ ຫວຽດນາມ. ຢູ່ ຫວຽດນາມ, ບໍລິສັດທ່ອງທ່ຽວ Transviet ຈະຕາງໜ້າບໍລິສັດການບິນ Lanmei Airlines, ໜູນຊ່ວຍລູກຄ້າໃນການຈ່ອງປີ້ ແລະ ບັນດາບັນຫາກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ