ບໍລິສັດການບິນ Vietjet ເປີດສາຍການບິນສາກົນລະຫວ່າງ ຟຸກັວກ - ເຊີອູນ

(VOVWORLD) -ເຮືອບິນຈະເລີ່ມບິນຈາກ ຟຸກັວກ ໃນເວລາ 15 ໂມງ 30 ນາທີ ແລະ ຈະໄປຮອດສະໜາມບິນ ເຊີອູນ ໃນເວລາ 22 ໂມງ 45 ນາທີ (ຕາມເວລາທ້ອງຖິ່ນ)

ສາຍການບິນໄປ-ກັບລະຫວ່າງ ຟຸກັວກ (ຫວຽດນາມ) - ເຊີອູນ (ສ.ເກົາຫຼີ) ໄດ້ນຳເຂົ້າຮັບໃຊ້ຜູ້ໂດຍສານໃນແຕ່ລະວັນ ນັບແຕ່ວັນທີ 22 ທັນວາ 2018 ເປັນຕົ້ນໄປ, ຖ້ຽວໜຶ່ງໃຊ້ເວລາປະມານ 5 ຊົ່ວໂມງ 30 ນາທີີ. ເຮືອບິນຈະເລີ່ມບິນຈາກ ຟຸກັວກ ໃນເວລາ 15 ໂມງ 30 ນາທີ ແລະ ຈະໄປຮອດສະໜາມບິນ ເຊີອູນ ໃນເວລາ 22 ໂມງ 45 ນາທີ (ຕາມເວລາທ້ອງຖິ່ນ), ກົງກັນຂ້າມ ຈະເລີ່ມບິນຈາກ ເຊີອູນ ໃນເວລາ 1 ໂມງ 45 ນາທີີ (ຕາມເວລາທ້ອງຖິ່ນ) ແລະ ຈະມາຮອດ ຟຸກັວກ ໃນເວລາ 5 ໂມງ 35 ນາທີ.

        ປັດຈຸບັນ, ບໍລິສັດການບິນ Vietjet ໄດ້ເປີດບໍລິການ 7 ສາຍການບິນສາກົນອື່ນໆໄປຍັງ ສ.ເກົາຫຼີ ຄື ເຊີອູນ - ຮ່າໂນ້ຍ/ນະຄອນໂຮ່ຈີມິນ/ຫາຍຟ່ອງ/ດ່າໜັງ/ຍາຈາງ, ຮ່າໂນ້ຍ - ບູຊານ ແລະ ດ່າໜັງ - Deagu.


ຕອບກັບ

ຂ່າວ/ບົດ​ອື່ນ