ບໍລິສັດຄົ້ນຄວ້າ IHS Markit ມີຄວາມປະເອີບໃຈກ່ຽວກັບຄວາມສາມາດຟື້ນຟູເສດຖະກິດຂອງ ຫວຽດນາມ

(VOVWORLD) -ຄາດວ່າ ຜົນກະທົບຕໍ່ເສດຖະກິດຂອງໂລກລະບາດໂຄວິດ-19 ຈະຫຼຸດລົງໃນປີ 2022 ເມື່ອ ຫວຽດນາມ ຍູ້ແຮງລະດັບການສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນ.

ເວັບໄຊ ihsmarkit.com ຂອງບໍລິສັດຄົ້ນຄວ້າຕະຫຼາດ IHS Markit (ອັງກິດ) ຫາກໍ່ລົງບົດຂຽນຄາດຄະເນກ່ຽວກັບຄວາມສາມາດຟື້ນຟູເສດຖະກິດຂອງ ຫວຽດນາມ. ຕາມນັ້ນແລ້ວ, ບົດຂຽນໃຫ້ຂໍ້ສັງເກດດັດຊະນີນັກຄຸ້ມຄອງຊື້ສິນຄ້າ (PMI) ຂະແໜງຜະລິດຂອງ ຫວຽດນາມ ໃນເດືອນ ຕຸລາ ຜ່ານມາ ໄດ້ຊີ້ໃຫ້ເຫັນການຟື້ນຟູຢ່າງແຮງໃນຂົງເຂດຜະລິດ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຄາດວ່າ ຜົນກະທົບຕໍ່ເສດຖະກິດຂອງໂລກລະບາດໂຄວິດ-19 ຈະຫຼຸດລົງໃນປີ 2022 ເມື່ອ ຫວຽດນາມ ຍູ້ແຮງລະດັບການສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນ.

        ກ່ຽວກັບແງ່ຫວັງໄລຍະກາງໃນ 5 ປີຈະມາເຖິງ, ບົດຂຽນໄດ້ຊີ້ໃຫ້ເຫັນບາງກຳລັງໜູນຕົ້ນຕໍເຊິ່ງໄດ້ຮັບຄວາມຫວັງຈະສືບຕໍ່ນຳ ຫວຽດນາມ ກາຍເປັນໜຶ່ງໃນຈຳນວນຕະຫຼາດໃໝ່ຫາກໍ່ພົ້ນເດັ່ນຢ່າງໄວທີ່ສຸດຢູ່ພາກພື້ນ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ