ບໍ​ລິ​ສັດ​ຜະ​ລິດ ຊິບ​ໃຫຍ່​ສຸດ​ໃນ​ໂລກ ຢາກ​ສ້າງໂຮງ​ງານ​ຢູ່ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Jensen Huang, ປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ NVIDIA (ອາເມລິກາ), ເຊິ່ງເປັນບໍລິສັດຜະລິດຊິບທີ່ມີລາຄາແພງທີ່ສຸດໃນໂລກ ດ້ວຍມູນຄ່າການຕະຫຼາດເກືອບ 1.200 ຕື້ USD.
ບໍ​ລິ​ສັດ​ຜະ​ລິດ ຊິບ​ໃຫຍ່​ສຸດ​ໃນ​ໂລກ ຢາກ​ສ້າງໂຮງ​ງານ​ຢູ່ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Jensen Huang, ປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ NVIDIA  (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມນົຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດ NVIDIA  ໃຫ້ການຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ສ້າງ, ປະຕິບັດຍຸດທະສາດທາດເຄິ່ງຊັກນຳໄຟຟ້າແຫ່ງຊາດ, ພັດທະນາລະບົບນິເວດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຢູ່ທັງ 3 ຂັ້ນຕອນ ນັ້ນແມ່ນການອອກແບບ, ສ້າງໂຮງຈັກໂຮງງານຜະລິດຊິບ ແລະ ຫຸ້ມຫໍ່, ກວດທົດລອງ.

ສ່ວນທ່ານປະທານ NVIDIA Jensen Huang ຕີລາຄາສູງຄວາມສາມາດບົ່ມຊ້ອນ,ໂອກາດ ແລະ ຍຸດທະສາດ, ວິໄສທັດ, ວິທີການສຳຜັດຢ່າງຈະແຈ້ງທີ່ສຸດ, ການສຸມໃສ່ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງ ຫວຽດນາມ ໃນຂົງເຂດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ. ທ່ານ ກໍຢັ້ງຢືນວ່າ NVIDIA ປາດຖະໜາຢາກສ້າງຕັ້ງສູນ, ຮາກຖານຢູ່ ຫວຽດນາມ ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດໃນໂລກ, ຜ່ານນັ້ນ ກໍ່ປະກອບສ່ວນພັດທະນາລະບົບນິເວດທາດເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຊຸກຍູ້ບັນດາບໍລິສັດເລີ່ມຕົ້ນທຸລະກິດ, ອອກແບບ, ພັດທະນາບັນດາລະບົບຄອມພິວເຕີ, ຜະລິດບັນດາຊອັບແວທີ່ນຳໃຊ້ໃນອະນາຄົດ…, ປະກອບສ່ວນເຂົ້າໃນການສ້າງອະນາຄົດດີຈີຕອນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ