ບໍລິສັດເຮືອບິນເອລີກອບແຕຂອງລັດເຊຍມຸ່ງໄປເຖິງການຢຶດອັດຕາສ່ວນຕະຫຼາດອາຊຽນຫຼາຍກວ່າ

(VOVWORLD) -ວັນທີ 03 ທັນວາ, ບໍລິສັດຜະລິດເຮືອບິນເອລີກອບແຕ Russian Helicopters ຂອງລັດເຊຍ ໃຫ້ຮູ້ວ່າ, ບໍລິສັດດັ່ງກ່າວພວມມຸ່ງໄປເຖິງເປົ້າໝາຍຢຶດອັດຕາສ່ວນຕະຫຼາດກວມດ້ານເຮືອບິນເອລີກອບແຕພົນລະເຮືອນຢູ່ອາຊຽນ ຫຼາຍກວ່າ.

ບໍລິສັດເຮືອບິນເອລີກອບແຕຂອງລັດເຊຍມຸ່ງໄປເຖິງການຢຶດອັດຕາສ່ວນຕະຫຼາດອາຊຽນຫຼາຍກວ່າ - ảnh 1 ເຮືອບິນເອລີກອບແຕ

(ພາບ: Russian Helicopters)

ທ່ານ Andrei Boginsky, ຜູ້ອຳນວຍການບໍລິຫານ Russian Helicopters ໃຫ້ຮູ້ວ່າ, ບໍລິສັດພວມມີແນວຄວາມຄິດຢຶດອັດຕາສ່ວນຕະຫຼາດຈາກຕົວເລກ 2% ໃນປະຈຸບັນຢູ່ພາກພື້ນອາຊຽນ ຂຶ້ນປະມານ 5 – 7% ໃນຊຸມປີຈະມາເຖິງ, ພິເສດແມ່ນຢູ່ມາເລເຊຍ. Russian Helicopters ໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫຼວງຈາກບັນດາອົງການສຸກເສີນ, ຊອກຫາ ແລະ ກູ້ໄພກູ້ຊີບ ກໍຄືໃນຂົງເຂດດັບເພິງ, ພິເສດແມ່ນໃນສະພາບບັນດາຄວາມມານະພະຍາຍາມໜູນຊ່ວຍໃນເຫດໄພພິບັດທຳມະຊາດຫວ່າງມໍ່ໆມານີ້ຢູ່ອິນໂດເນເຊຍ ແລະ ແຫ່ງອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ