ບໍລິສັດໂທລະຄົມມະນາຄົມສາກົນຂອງຫວຽດນາມເປີດຫ້ອງການຜູ້ຕາງຫນ້າຢູ່ສປປລາວ

ບໍລິສັດໂທລະຄົມມະນາຄົມສາກົນຂອງຫວຽດນາມເປີດຫ້ອງການຜູ້ຕາງຫນ້າຢູ່ສປປລາວ - ảnh 1
ພິ​ທີ​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຂອງVNPT International
ຢູ່ ສ​ປ​ປ ລາວ
ພາບ:TTXVN

(vovworld)-​​ຕອນ​ບ່າຍ​ວັນ​ທີ 26/12 ຢູ່​ນະ​ຄອນ​ຫລວງວຽງ​ຈັນ, ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ສາ​ກົນ(VNPT International) ຂອງ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ເປີດ​ສະ​ຫລອງ​ຫ້ອງ​ການ​ຜູ້​ຕາງ​ຫນ້າ​ຢູ່ ລາວ. ເຫດ​ການນີ້​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ແຊກ​ຊືມ​ຕະ​ຫລາດ​ສາ​ກົນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ ແລະ ຢືນ​ຢັນ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ VNPT International ແລະ ​ບັນ​ດາບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ ຂອງ​ລາວ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້​ນ​ສັນ​ຍາ​ຂອງ VNPT International ໃນ​ການ​ສະ​ຫນອງ​ບັນ​ດາ​ບໍ​ລິ​ການ​ໂທ​ລະ​ຄ​ົມ​ມະ​ນາ​ຄົມ​ສາ​ກົນ​ໃຫ້​ແກ່​ຕະ​ຫລາດ​ຂອງ​ລາວ. ເຫດ​ການນີ້​ກໍ​ເປັນ​ການຢັ້ງ​ຢືນ​ກຳ​ລັງ​ຄວາມ​ສາ​ມາດ, ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ຂອງ VNPT International ໃນ​ຕະ​ຫລາດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ພາກ​ພື້ນ​ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້​, ພາກ​ພື້ນ ແລະ ສາ​ກົນ. ທີ່​ພິ​ທີ​ເປີດ​ສະ​ຫລອງ, VNPT International ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ລາວ​ຄື: Sky Telecom, Planet ISP.

ນັກ​ຂ່າວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ປະ​ຈຳ​ລາວ

ຂ່າວ/ບົດ​ອື່ນ