ບໍລິສັດໃຫ່ຍ PV Oil ດຳເນີນທຸລະກິດ ບັນລຸປະສິດທິຜົນຢູ່ລາວ


ບໍລິສັດໃຫ່ຍ PV Oil ດຳເນີນທຸລະກິດ ບັນລຸປະສິດທິຜົນຢູ່ລາວ - ảnh 1

ປ້ຳນ້ຳມັນ​ຢູ່​ວຽງ​ຈັນ

(ພາບ: petrotimes.vn)

 (vovworld)- ຕອນ​ຄ່ຳ​ວັນ​ທີ 1/12, ຢູ່​ນະຄອນຫຼວງ​ວຽງ​ຈັນ-​ລາວ, ບໍລິສັດ​ໃຫ່ຍນ້ຳມັນ​ອາຍ​ແກ​ສຫວຽດນາມ (PV Oil) ປະຈຳ​ລາວ ​ໄດ້​ຈັດ​ພິທີ​ລະນຶກ 3 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ລາວ. ບົດ​ລາຍງານ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ 3 ປີ​ໃຫ້​ເຫັນ​ວ່າ ​ PV Oil ລາວ ແມ່ນໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ບັນລຸ​ປະສິດທິ​ຜົນ​ສູງ​ໃນ​ການຮ່ວມ​ມື​ລົງທຶນ​ຢູ່​ລາວ. ພາຍຫຼັງ​ເຄື່ອນ​ໄຫວ​ມາເປັນ​ເວລາ 3 ປີ, ​ PV Oil ລາວ ​ໄດ້​ເປີດ​ປ້ຳນ້ຳມັນ 92 ​ແຫ່ງ​ໃນ 14 ​ແຂວງ, ນະຄອນ​ຂອງ​ລາວ, ລາຍ​ຮັບ​ໄດ້​ປະມານ 90 ລ້ານ​ໂດ​ລາ​ສະຫະລັດ​ຕໍ່​ປີ, ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​ອັນ​ດັບ 2 ໃນ​ຕະຫຼາດລາວ ​ໃນຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ດ້ານ​ນ້ຳມັນ​ເຊື້ອ​ໄຟ. ທາງ​ບໍລິສັດ​ໃຫ່ຍຍັງ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຊີວິດ​ສັງຄົມ, ປະກອບສ່ວນ​​ເຮັດ​ໃຫ້​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ຢູ່​ລາວ ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ