ບໍລິຫານນະໂຍບາຍເງິນຕາ ແລະ ເປົ້າໝາຍການເຕີບໂຕຢ່າງມີໄຫວພິບ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ຕີລາຄາວ່າ, ປະຈຸບັນ, ລາຄາ, ໄພເງິນເຟີ້ໃນໂລກພວມມີທ່າອ່ຽງຈື້ງຢູ່ໂດຍພື້ນຖານ.
ບໍລິຫານນະໂຍບາຍເງິນຕາ ແລະ ເປົ້າໝາຍການເຕີບໂຕຢ່າງມີໄຫວພິບ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: VGP)

        ຕອນບ່າຍວັນທີ 20 ກໍລະກົດ, ຢູ່ ຮ່າໂນ້ຍ, ອົງການປະຕູຖານຂໍ້ມູນຂ່າວເອເລັກໂຕນິກລັດຖະບານ ຫວຽດນາມ ໄດ້ຈັດການໂອ້ສົມສົນທະນາ “ການການບໍລິຫານນະໂຍບາຍເງິນຕາ ແລະ ເປົ້າໝາຍການເຕີບໂຕໃນສະພາບການໃໝ່ຢ່າງມີໄຫວພິບ”.

        ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ຕີລາຄາວ່າ, ປະຈຸບັນ, ລາຄາ, ໄພເງິນເຟີ້ໃນໂລກພວມມີທ່າອ່ຽງຈື້ງຢູ່ໂດຍພື້ນຖານ. ຢູ່ ຫວຽດນາມ, ອັດຕາເງິນເຟີ້ສຳລັບສິນຄ້າ ແລະ ການບໍລິຫານກໍ່ຄ່ອຍໆຫຼຸດລົງ, ເຖິງວ່າຈະຫຼຸດລົງຊ້າກວ່າ. ເມື່ອແບ່ງປັນບັນດາບົດຮຽນຂອງຫຼາຍປະເທດໃນໂລກກ່ຽວກັບນະໂຍບາຍການບໍລິຫານເງິນຕາ, ທ່ານສາດສະດາຈານ ຫວໍຈິແທັງ, ຫົວໜ້າສະຖາບັນຄົ້ນຄວ້າພັດທະນາເຄື່ອງໝາຍການຄ້າ ແລະ ແກ່ງແຍ້ງ, ຖືວ່າ ບົດຮຽນທຳອິດສຳຄັນທີ່ສຸດແມ່ນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້.

        “ສຳລັບບັນດາປະເທດຄື ຍີ່ປຸ່ນ ແລະ ຈີນ, ພິເສດແມ່ນ ຍີ່ປຸ່ນ, ເຖິງວ່າເຂົາເຈົ້າໄດ້ສຸມໃສ່ໃຫ້ແກ່ການໜູນຊ່ວຍໃຫ້ແກ່ການຟື້ນຟູ ແລະ ການເຕີບໂຕຫຼາຍກວ່າ, ແຕ່ເຂົາເຈົ້າຍັງຕິດຕາມການຜັນແປຂອງໄພເງິນເຟີ້ຢ່າງແໜ້ນແຟ້ນ, ເມື່ອມີຄວາມຕ້ອງການ ເຂົາເຈົ້າຈະດັດປັບນະໂຍບາຍເງິນຕາ. ສະນັ້ນ, ນີ້ແມ່ນບົດຮຽນທີ່ວ່າ ຕ້ອງມີສານຢ່າງຈະ ແຈ້ງ, ມີຄວາມກະຈ່າງແຈ້ງຕໍ່ສິ່ງນັ້ນ, ບວກກັບຄວາມມີໄຫວພິບ ແລະ ຄວາມຄ່ອງແຄ້ວ ເພື່ອເຮັດແນວໃດໃຫ້ບັນລຸໄດ້ທັງ 2 ເປົ້າໝາຍດັ່ງກ່າວ”.

        ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ມີປະຕິກິລິຍາທີ່ບັນລຸຜົນສຳເລັດເປັນຢ່າງດີ ເພື່ອທັງສ້າງຄວາມດຸ່ນດ່ຽງ, ທັງຄວບຄຸມໄພເງິນເຟີ້, ທັງບັນລຸໄດ້ບັນດາເປົ້າໝາຍ ແລະ ການສົມທົບກັບນະໂຍບາຍປີການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ