ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ນຳໃຊ້ທຶນສຸມໃສ່ຂົງເຂດບຸລິມະສິດຂອງພື້ນຖານເສດຖະກິດ

(VOVWORLD) - ບົດລາຍງານຂອງລັດຖະບານສະແດງໃຫ້ເຫັນວ່າ, ລະດັບເຕີບໂຕ GDP 9 ເດືອນຕົ້ນປີນີ້ບັນລຸ 8,83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແມ່ນລະດັບສູງສຸດຂອງ 9 ເດືອນໃນໄລຍະ 2011 – 2022
ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ນຳໃຊ້ທຶນສຸມໃສ່ຂົງເຂດບຸລິມະສິດຂອງພື້ນຖານເສດຖະກິດ - ảnh 1ກອງປະຊຸມຄັ້ງທີ 16 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 16, ຕອນເຊົ້າວັນທີ 11 ຕຸລາ, ເມື່ອປະກອບຄຳເຫັນໃສ່ບັນດາບົດລາຍງານເສດຖະກິດ - ສັງຄົມ ແລະ ການເງິນງົບປະມານ, ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສຸມໃສ່ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ ແລະ ເອົາໃຈໃສ່ເຖິງການນຳໃຊ້ທຶນສຸມໃສ່ຂົງເຂດບຸລິມະສິດຂອງພື້ນຖານເສດຖະກິດ. ບົດລາຍງານຂອງລັດຖະບານສະແດງໃຫ້ເຫັນວ່າ, ລະດັບເຕີບໂຕ GDP 9 ເດືອນຕົ້ນປີນີ້ບັນລຸ 8,83% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແມ່ນລະດັບສູງສຸດຂອງ 9 ເດືອນໃນໄລຍະ 2011 – 2022, ພິເສດແມ່ນໄຕມາດທີ III ບັນລຸລະດັບເຕີບໂຕ 13%. ກ່ຽວກັບການຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມຂອງປີ 2023, ຄະນະປະຈຳສະພາແຫ່ງຊາດ ສະເໜີ ສຸມໃສ່ຢຶດໝັ້ນ, ຮັກສາປະຕິບັດຄາດໝາຍຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ສ້າງແຜນການຮັບມືກັບຄວາມສ່ຽງເສດຖະກິດອຶດອາດຊັກຊ້າ ແລະ ໄພເງິນເຟີ້. ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ສະເໜີວ່າ:

        “ຕິດຕາມການຜັນແປຂອງສະພາບເສດຖະກິດໂລກ, ມີມາດຕະການເໝາະສົມສ້າງແຜນການເພື່ອຮັບມືກັບຄວາມສ່ຽງອຶດອາດຊັກຊ້າ ແລະ ເງິນເຟີ້ຂອງເສດຖະກິດໂລກ, ຮັບປະກັນສະຖຽນລະພາບໃນບັນດາເງື່ອນໄຂຕ່າງໆ, ປະຕິບັດນະໂຍບາຍເງິນຕາຢ່າງລະມັດລະວັງ, ມີໄຫວພິບ. ເປັນເຈົ້າການຮັບມືກັບສະພາບການໂລກ ດ້ວຍການເພີ່ມທະວີຂອງລະດັບເງິນເຟີ້ ແລະ ການເປີດກ້ວາງນະໂຍບາຍປີການເງິນ.”

ຕອບກັບ

ຂ່າວ/ບົດ​ອື່ນ