ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ອາຍຸການ 2018 – 2023

(VOVWORLD) -  ວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມຈັດຕັ້ງ ກອງປະຊຸມ ຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ຄັ້ງທີ 4, ຊຸດທີ 12, ເພື່ອແນໃສ່ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານ ແລະ ຕໍາແໜ່ງປະທານສະຫະພັນແຮງງານໃຫຍ່ຫວຽດນາມ ຊຸດທີ 12, ອາຍຸການ 2018 - 2023.

      ທີ່ກອງປະຊຸມ, ດ້ວຍ 100% ຈໍານວນບັດເຫັນດີ, ທ່ານ ຫງວຽນດິ່ງຄາງ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດທີ 12, ອາຍຸການ 2018 – 2023 ແທນທ່ານ ບຸ່ຍວັນເກື່ອງ  ເຊິ່ງໄດ້ຮັບການສັບຊ້ອນຈາກກົມການເມືອງໃຫ້ໄປຮັບດໍາລົງຕໍາແໜ່ງເປັນເລຂາຄະນະພັກແຂວງ ດັກລັກ.

ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ອາຍຸການ 2018 – 2023  - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູງການພັກກອມມູນິດຫວຽດນາມ ໄດ້ຊົມເຊີຍປະທານສະຫະພັນໃຫຍ່ແຮງງານຫວຽດນາມຄົນໃໝ່ 

ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູງການພັກກອມມູນິດຫວຽດນາມ ໄດ້ຊົມເຊີຍປະທານສະຫະພັນໃຫຍ່ແຮງງານຫວຽດນາມຄົນໃໝ່ ແລະ  ສະເໜີວ່າ ໃນຖານະຕໍາແໜ່ງໃໝ່ຂອງຕົນ, ທ່ານ ຫງວຽນດິ່ງຄາງ ຕ້ອງສືບຕໍ່ນໍາອົງການກໍາມະບານເສີມຂະຫຍາຍບົດບາດເປັນອົງການຕາງໜ້າເບິ່ງແຍງດູແລຜົນປະໂຫຍດອັນຊອບທໍາໃຫ້ແກ່ຊາວຜູ້ອອກແຮງງານໃຫ້ເປັນຢ່າງດີກວ່າອີກ. ທ່ານນາງກ່າວວ່າ:

“ກໍາມະບານມີ 3 ໜ້າທີ່ ນັ້ນແມ່ນ ອົງການຕາງໜ້າໃຫ້ແກ່ຜົນປະໂຫຍດອັນຊອບທໍາຂອງຊາວຜູ້ອອກແຮງງານ, ພັດທະນາສະມາຊິກກໍາມະບານ ແລະ ແມ່ນຂົວຕໍ່ລະຫວ່າງພັກ ກັບ ຊາວຜູ້ອອກແຮງງານ. ກໍາມະບານຕ້ອງກໍ່ສ້າງອົງການ, ຖັນແຖວພະນັກງານໃໝ່ເພື່ອສາມາດແບກຫາບໄດ້ສາມໜ້າທີ່ດັ່ງກ່າວ.”

ທ່ານນາງກໍເນັ້ນໜັກວ່າ ກໍາມະບານຕ້ອງເອົາໃຈໃສ່ໜູນຊ່ວຍຊາວຜູ້ອອກແຮງງານເຊັ່ນສັນຍາແຮງງານ, ສືບຕໍ່ປະກອບຄໍາເຫັນເພື່ອສ້າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໃຫ້ສໍາເລັດ; ມານະພະຍາຍາມວາງອອກກົດໝາຍສະເພາະ ເຊິ່ງແມ່ນກົດໝາຍ ວ່າດ້ວຍການດໍາເນີນຄະດີແຮງງານ. 

ຕອບກັບ

ຂ່າວ/ບົດ​ອື່ນ