ບູລະນະຄະນະຊີ້ນຳຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມໃນຂອບເຂດຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ນາຍົກລັດຖະມົນຕີຫາກໍ່ອອກຂໍ້ຕົກລົງບູລະນະຄະນະຊີ້ນຳຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດ 2030. 

ຕາມຂໍ້ຕົກລົງແລ້ວ, ຫົວໜ້າຄະນະຊີ້ນຳແມ່ນທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ.

        ຄະນະຊີ້ນຳມີພາລະໜ້າທີ່ຊ່ວຍນາຍົກລັດຖະມົນຕີໃນການຄົ້ນຄວ້າ, ຊີ້ນຳ ແລະ ສົມທົບກັນແກ້ໄຂບັນດາໜ້າທີ່ທີ່ກ່ຽວຂ້ອງເຖິງການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດຮອດປີ 2030. ຄະນະຊີ້ນຳມີໜ້າທີ່ຊ່ວຍນາຍົກລັດຖະມົນຕີວາງອອກບັນດາການກຳນົດທິດ, ມາດຕະການໃຫຍ່ ເພື່ອປະຕິບັດຍຸດທະສາດ, ສະເໜີບັນດາໜ້າທີ່ຈຸດສຸມ ແລະ ບັນດາບັນຫາສຳຄັນ, ຄວນສຸມໃສ່ຊີ້ນຳ, ບໍລິຫານໃນແຕ່ລະໄລຍະ; ລາຍງານຕໍ່ນາຍົກລັດຖະມົນຕີກ່ຽວກັບບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດໃນວິວັດການປະຕິບັດຍຸດທະສາດ ແລະ ສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາ, ຕົກລົງບັນດາມາດຕະການແກ້ໄຂຂຶ້ນກັບສິດອຳນາດຂອງນາຍົກລັດຖະມົນຕີ ແນໃສ່ຮັບປະກັນການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ຢ່າງມີໄຊໃນຂອບເຂດການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ