ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ

(VOVWORLD) - ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.
ບູລະນະປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ  - ảnh 1ພິທີເລີ່ມລົງມືກໍ່ສ້າງ
(ພາບ:Đỗ Bá Thành/TTXVN)

ຕອນບ່າຍວັນທີ 9 ເມສາ, ຢູ່ແຂວງ ສະຫວັນນະເຂດ (ສປປ ລາວ), ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ບູລະນະປະຕິສັງຂອນເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ. ນີ້ແມ່ນກິດຈະກຳໂດຍນະຄອນ ໂຮ່ຈີມິນ ມອບໃຫ້ແຂວງ ສະຫວັນນະເຂດ ແລະ ກົມຫໍພິພິຕະພັນ ໄກສອນ ພົມວິຫານ (ສປປລາວ).

        ໂຄງການກໍ່ສ້າງລວມມີ: ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.

        ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ ໄດ້ຮັບການກໍ່ສ້າງແຕ່ປີ 2013. ປະຈຸບັນ, ບາງບ່ອນຖືກເປເພ. ການບູລະນະປະຕິສັງຂອນ ເພື່ອແນໃສ່ຮັບປະກັນຍົກສູງຄຸນນະພາບພື້ນຖານໂຄງລ່າງຂອງເຂດອະນຸສອນສະຖານ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ ເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ