ບ້ວງ​ເງິນ​ກະ​ຕຸ້ນ​ເສດ​ຖະ​ກິດທີ່​ມີ​ຂອບ​ຂະ​ໜາ​ດ​ໃຫຍ່ ສຸມ​ໃສ່​ໜູນ​ຊ່ວຍ​ການ​ຜະລິດ, ຊຸກ​ຍູ້​ການ​ລົງ​ທຶນ

(VOVWORLD) -ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 4 ມັງກອນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍນະໂຍບາຍປີການເງິນ, ເງິນຕາເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
ບ້ວງ​ເງິນ​ກະ​ຕຸ້ນ​ເສດ​ຖະ​ກິດທີ່​ມີ​ຂອບ​ຂະ​ໜາ​ດ​ໃຫຍ່ ສຸມ​ໃສ່​ໜູນ​ຊ່ວຍ​ການ​ຜະລິດ, ຊຸກ​ຍູ້​ການ​ລົງ​ທຶນ - ảnh 1(ພາບປະກອບ: chinhphu.vn)

ໃນໜັງສືຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບເນື້ອໃນນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ເປົ້າໝາຍຂອງໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແມ່ນແນໃສ່ຟື້ນຟູລະບົບຜະລິດ, ລະບົບສະໜອງ, ແຮງງານໂດຍໄວ ແລະ ຊຸກຍູ້ບັນດາກຳລັງໜູນເຕີບໂຕ, ສູ້ຊົນບັນລຸເປົ້າໝາຍເຕີບໂຕສະເລ່ຍແຕ່ 6,5 – 7% ຕໍ່ປີ ໃນໄລຍະ 2021 – 2025, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ໃນໄລຍະກາງ ແລະ ໄລຍະຍາວ.

        ເພື່ອຮັບປະກັນປະຕິບັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ວາງອອກໃນໂຄງການນີ້ໃຫ້ມີປະສິດທິຜົນ ແລະ ສຳເລັດ, ລັດຖະບານໄດ້ສະເໜີຕໍ່ສະພາແຫ່ງຊາດ ໃຫ້ອະນຸຍາດປະຕິບັດທົດລອງ 03 ນະໂຍບາຍສະເພາະຕໍ່ບັນດາໂຄງການລົງທຶນສາທາລະນະທີ່ນອນໃນຂອບເຂດຂອງໂຄງການ. ນອກຈາກນັ້ນ, ລັດຖະບານໄດ້ສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນເພີ່ມລາຍຈ່າຍງົບປະມານເກີນດຸ່ນເພື່ອມີເງິນທຶນປະຕິບັດໂຄງການດັ່ງກ່າວ ດ້ວຍຍອດຈຳນວນເງິນແມ່ນ 240.000 ຕື້ດົ່ງ ໃນໄລຍະ 02 ປີ 2022 - 2023; ສືບຕໍ່ຍົກເວັ້ນ, ຫຼຸດຜ່ອນພາສີ ປະມານ 64.000 ຕື້ດົ່ງ ໃນປີ 2022 ແລະ ຄິດໄລ່ໃສ່ລາຍຈ່າຍງົບປະມານເກີນດຸ່ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ