ບວນ​ມາ​ທວດ: ດິນ​ແດນ​ແຫ່ງ​ກາ​ເຟ​ຂອງ​ໂລກ

(VOVWORLD) -ງານບຸນກາເຟ ບວນມາທວດ ຄັ້ງທີ 8 ປີ 2023 ໄດ້ດຳເນີນແຕ່ວັນທີ 10 – 14 ມີນາ ດ້ວຍຫົວຂໍ້ “ບວນມາທວດ - ດິນແດນແຫ່ງກາເຟຂອງໂລກ” ເພື່ອແນໃສ່ແນະນຳໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນຂອງແຂວງ ໃຫ້ນັກລົງທຶນ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

 ພິທີໄຂໄດ້ດຳເນີນໃນຕອນຄ່ຳວັນທີ 10 ມີນາ, ຢູ່ສະໜາມຫຼວງ 10 ມີນາ, ນະຄອນ ບວນມາທວດ.

ບວນ​ມາ​ທວດ: ດິນ​ແດນ​ແຫ່ງ​ກາ​ເຟ​ຂອງ​ໂລກ - ảnh 1ງານວາງສະແດງຂະແໜງກາເຟ (ພາບ: VOV)
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນ ບວນມາທວດ, ສະມາຄົມກາເຟ ບວນມາທວດ ໄດ້ຈັດພິທີໄຂການເສັງປຸງແຕ່ງກາເຟທີ່ເປັນເອກະລັກຂອງ ຫວຽດນາມ ປີ 2023. ນີ້ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງງານບຸນກ ການເສັງດັ່ງກ່າວກໍເພື່ອແນໃສ່ແນະນຳ, ໂຄສະນາ ແລະ ພັດທະນາຂະແໜງກາເຟທີ່ເປັນເອກະລັກຂອງ ຫວຽດນາມ, ວັດທະນະທຳ ກາເຟ ຫວຽດນາມ, ປະກອບສ່ວນເພີ່ມທະວີການບໍລິໂພກພາຍໃນປະເທດ ແລະ ມູນຄ່າຂອງຂະແໜງກາເຟ ຫວຽດນາມ.

ແລະ ໃນຕອນເຊົ້າຂອງວັນດຽວກັນຢູ່ສູນວັດທະນະທຳແຂວງ ດັກລັກ ກໍ່ໄດ້ດຳເນີນງານວາງສະແດງຂະແໜງກາເຟ.

ຕອບກັບ

ຂ່າວ/ບົດ​ອື່ນ