ບາງທ້ອງຖິ່ນກ້າວກະໂດດຂັ້ນໃນຕາຕະລາງຈັດອັນດັບ PCI 2022

(VOVWORLD) - ນີ້ແມ່ນໂຄງການໂດຍ VCCI ປະຕິບັດດ້ວຍການໜູນຊ່ວຍຂອງອົງການພັດທະນາສາກົນ ອາເມລິກາ (USAID) ເພື່ອແນໃສ່ຕີລາຄາຄຸນນະພາບການບໍລິຫານເສດຖະກິດລະດັບຄວາມສະດວກ...
ບາງທ້ອງຖິ່ນກ້າວກະໂດດຂັ້ນໃນຕາຕະລາງຈັດອັນດັບ PCI 2022 - ảnh 1ທ່ານ ຟ້າມເຕີ໋ນກົງ, ປະທານ VCCI ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:VOV5)

ຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ປະກາດບົດລາຍງານປະຈຳປີ ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ PCI 2022”. ນີ້ແມ່ນໂຄງການໂດຍ VCCI ປະຕິບັດດ້ວຍການໜູນຊ່ວຍຂອງອົງການພັດທະນາສາກົນ ອາເມລິກາ (USAID) ເພື່ອແນໃສ່ຕີລາຄາຄຸນນະພາບການບໍລິຫານເສດຖະກິດ, ລະດັບຄວາມສະດວກ, ຄວາມເປັນມິດຂອງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມມານະພະຍາຍາມປະຕິຮູບການບໍລິຫານຂອງອຳນາດການປົກຄອງບັນດາແຂວງ, ນະຄອນ, ຜ່ານນັ້ນຊຸກຍູ້ການພັດທະນາຂອງປະຊາຄົມວິສາຫະກິດ ຢູ່ ຫວຽດນາມ.

        ບົດລາຍງານ PCI 2022 ໄດ້ຮຽບຮຽງໂດຍອີງໃສ່ຂໍ້ມູນຈາກວິສາຫະກິດເອກະຊົນ ແລະ ວິສາຫະກິດມເງິນລົງທຶນຂອງຕ່າງປະເທດ (FDI) ຢູ່ ຫວຽດນາມ ເກືອບ 12.000 ແຫ່ງ ໃນປີຜ່ານມາ, ຈາກນັ້ນໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຄົມວິສາຫະກິດ ແລະ ອຳນາດການປົກຄອງແຂວງ, ນະຄອນ ໃນປີທຳອິດຟຶ້ນຟູພາຍຫຼັງໂລກລະບາດໂຄວິດ -19. ບັນດາວິສາຫະກິດມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບການປ່ຽນແປງໃນການປະຕິຮູບລະບຽບການບໍລິຫານ, ຫລຸດຜ່ອນເວລາ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍນອກລະບົບຂອງອຳນາດການປົກຄອງບັນດາທ້ອງຖິ່ນ. ທ່ານ ຟ້າມເຕີ໋ນກົງ, ປະທານ VCCI ເນັ້ນໜັກວ່າ:

          ໃນສະພາບການເສດຖະກິດມະຫາພາກມີສິ່ງທ້າທາຍຫຼາຍຢ່າງຄືໃນປະຈຸບັນ ແມ່ນເວລາທີ່ອຳນາດການປົກຄອງທ້ອງຖິ່ນຄວນພິສູດໃຫ້ເຫັນຄຸນນະທາດ ແລະ ກຳລັງຄວາມສາມາດແກ້ໄຂບັນຫາໃໝ່, ດັດປັບການໜູນຊ່ວຍວິສາຫະກິດຢ່າງມີປະສິດທິຜົນ, ພິເສດ, ສ້າງຄວາມສະດວກໃນການສຳພັດກັບບັນດາແຫຼ່ງກຳລັງຜະລິດ. ເລື່ອງເພີ່ມທະວີລັກສະນະໂປ່ງໃສດ້ານຂໍ້ມູນຂ່າວສານ, ຫລຸດຜ່ອນຄວາມຫຍຸ້ງຍາກກ່ຽວກັບລະບຽບການບໍລິຫານ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍນອກລະບົບຢູ່ບັນດາທ້ອງຖິ່ນຈະມີປະສິດທິຜົນເທົ່າທຽມກັບບັນດາບ້ວງໜູນຊ່ວຍ ກ່ຽວກັບເງິນຕາ ແລະ ປີການເງິນເຊິ່ງລັດຖະບານໄດ້ປະກາດໃຊ້ໃນໄລຍະຜ່ານມາ”.

ຕອບກັບ

ຂ່າວ/ບົດ​ອື່ນ