ບາງ​ສະ​ມາ​ຊິກ EU ຮຽກ​ຮ້ອງ​ໃຫ້​ຈັດ​ວາງ​ອັດ​ຕາພາສີນຳ​ເຂົ້າ​ສຳ​ລັບ​ທັນ​ຍາ​ພືດ​ຂອງ ຢູ​ແກຼນ

(VOVWORLD) - EU ຕ້ອງຍົກບັນດາມາດຕະການປົກປ້ອງຕະຫຼາດຂອງບັນດາປະເທດສະມາຊິກທີ່ມີເສັ້ນຊາຍແດນຕິດກັບ ຢູແກຼນ ແລະ ໜຶ່ງໃນບັນດາມາດຕະການນັ້ນແມ່ນ ຈັດວາງອັດຕາພາສີ ສຳລັບບາງປະເພດສິນຄ້າຜະລິດຕະພັນກະເສດ ທີ່ລະອຽດອ່ອນທີ່ສຸດ.
ບາງ​ສະ​ມາ​ຊິກ EU ຮຽກ​ຮ້ອງ​ໃຫ້​ຈັດ​ວາງ​ອັດ​ຕາພາສີນຳ​ເຂົ້າ​ສຳ​ລັບ​ທັນ​ຍາ​ພືດ​ຂອງ ຢູ​ແກຼນ - ảnh 1ການເກັບກ່ຽວທັນຍາພືດຢູ່ເຂດ Kharkiv, ຢູແກຼນ ໃນວັນທີ 19/7/2023 (ພາບປະກອບ: AFP/TTXVN)

ວັນທີ 15 ມັງກອນ, ກະຊວງກະສິກຳ ຮຸງກາຣີ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີກະຊວງກະສິກຳບັນດາປະເທດ ບຸນກາຣີ, ໂປໂລຍ, ຮຸງກາຣີ, ໂຣມານີ ແລະ ສະໂລວາກີ ໄດ້ສົ່ງຈົດໝາຍມາຍັງ ຄະນະກຳມະການເອີຣົບ (EC) ໂດຍຮຽກຮ້ອງໃຫ້ປະຕິບັດມາດຕະການຕ່າງໆ, ໃນນັ້ນ ໄດ້ຊີ້ແຈ້ງວ່າ ຜະລິດຕະພັນກະເສດຈາກ ຢູແກຼນ ທີ່ຖືກກວ່ານັ້ນ ໄດ້ທຳລາຍຕະຫຼາດສົ່ງອອກຂອງບັນດາປະເທດນີ້. ຕາມທ່ານລັດຖະມົນຕີກະຊວງກະສິກຳ ຮຸງກາຣີ Itsvan Nagy ແລ້ວ, EU ຕ້ອງຍົກບັນດາມາດຕະການປົກປ້ອງຕະຫຼາດຂອງບັນດາປະເທດສະມາຊິກທີ່ມີເສັ້ນຊາຍແດນຕິດກັບ ຢູແກຼນ ແລະ ໜຶ່ງໃນບັນດາມາດຕະການນັ້ນແມ່ນ ຈັດວາງອັດຕາພາສີ ສຳລັບບາງປະເພດສິນຄ້າຜະລິດຕະພັນກະເສດ ທີ່ລະອຽດອ່ອນທີ່ສຸດ.

ໂປໂລຍ, ສະໂລວາກີ ແລະ ຮຸງກາຣີ ໄດ້ປະກາດບັນດາມາດຕະການຈຳກັດ ສຳລັບການນຳເຂົ້າທັນຍາພືດຈາກ ຢູແກຼນ ເມື່ອເດືອນ ກັນຍາ 2023 ພາຍຫຼັງ EC ຕົກລົງບໍ່ຕໍ່ກຳນົດເວລາປະຕິບັດຄຳສັ່ງເກືອດຫ້າມນຳເຂົ້າ 5 ປະເທດສະມາຊິກ EU ທີ່ເປັນປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ