ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຮູງກະຣີ

ບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ - ຮູງກະຣີ - ảnh 1
ທ່ານ ຟ້າ​ມບີ​ງມິ​ງ ຕ້ອນຮັບ​ທ່ານ Balogh Csaba
(ພາບ: TTXVN)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 11/01 ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Balogh Csaba ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮັບຜິດຊອບ​ເສດຖະກິດ​ຕ່າງປະ​ເທດ ຮູ​ງກາຣີ ​ເນື່ອງ​ໃນ​ໂອກາດ​ມາ ຫວຽດນາມ ​ເຊັນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມືບ້ວງ​ສິນ​ເຊື່ອທີ່​ມີ​ມູນ​ຄ່າ 440 ລ້ານ ​ເອີ​ໂຣ ລະຫວ່າງ 2 ລັດຖະບານ. ທີ່​ການ​ຕ້ອນຮັບ ທ່ານ ຟ້າ​ມບີ​ງມິ​ງ ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ 2 ປະ​ເທດ​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ເຮັດສຳ​ເລັດ​ລະບຽບ​ການ​ ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ນີ້ຢ່າງ​ທັນ​ການ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນຂີດ​ໝາຍ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ລະຫວ່າງ ຫວຽດນາມ - ຮູ​ງກາຣີ ​ໃນ​ຕົ້ນ​ປີ 2017 ​ແລະ ກະກຽ​ມ​ໃຫ້ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ຮູ​ງກາຣີ Orban Vikator “​ເຊິ່ງຄາດ​ຄະ​ເນ​ຈະ​ດຳ​ເນີນໃນ​ເດືອນ 04/2017”. ດ້ວຍ​ສັນຍາ​ແມ່​ດັ່ງກ່າວ 2 ຝ່າຍ​ຈະ​ປະຕິບັດ​ຫລາຍໂຄງການ​ຮ່ວມ​ມື​ ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ ຮູ​ງກາຣີ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ຄຸ້ມ​ຄອງ​ແຫຼ່ງນ້ຳ, ບຳບັດ​ນ້ຳ​ເສຍ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ ​ແລະ ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ, ສາທາລະນະ​ສຸກ…​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ທ່ານ ຟ້າ​ມບີ​ງມິ​ງ ຖື​ວ່າ ວົງ​​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ ດັ່ງ​ນັ້ນ ການສ້າງ​ບັນດາ​ໂຄງການ, ​ແຜນ​ການ​ຮ່ວມ​ມື 2 ຝ່າຍ, ກະກຽມ​ໃຫ້ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ສົມທົບ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຮູ​ງກາຣີ ຄັ້ງ​ທີ 7 ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 03/2017 ຢູ່ ຮູ​ງກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ