ບາດກ້າວເລີ່ມຕົ້ນໃຫ້ໄລຍະໃໝ່ຂອງສະຫະພາບ ເອີຣົບ

(VOVWORLD) - ວັນທີ 01 ທັນວາ, ສະຫະພາບ ເອີຣົບ ໄດ້ເລີ່ມຕົ້ນໄລຍະໃໝ່ ເມື່ອທ່ານນາງ Ursula von der Leyen ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການ ເອີຣົບ (EC) ແລະ ທ່ານ Charles Michel ໄດ້ຮັບການເລືອກຕັ້ງເປັນປະທານຄົນໃໝ່ຂອງສະພາບເອີຣົບ ຊຶ່ງຈະເລີ່ມຕົ້ນອາຍຸການຂອງຕົນຢ່າງເປັນທາງການ.
ບາດກ້າວເລີ່ມຕົ້ນໃຫ້ໄລຍະໃໝ່ຂອງສະຫະພາບ ເອີຣົບ - ảnh 1ບາດກ້າວເລີ່ມຕົ້ນໃຫ້ໄລຍະໃໝ່ຂອງສະຫະພາບ ເອີຣົບ (ພາບ: AFP/TTXVN)

        ທ່ານ David Sassoli ປະທານສະພາຕ່ຳ ເອີຣົບ (EP) ໄດ້ເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສົນທິສັນຍາ Lisbon ມີຜົນສັກສິດ ແລະ ກໍ່ແມ່ນພິທີຮັບດຳລົງຕຳແໜ່ງຂອງບັນດາການນຳຄົນໃໝ່ຂອງສະຫະພາບ ເອີຣົບ (EU) ຢູ່ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ.

        ກ່າວຄຳເຫັນທີ່ພິທີ, ທ່ານ Charles Michel ຢັ້ງຢືນວ່າ ສົນທິສັນຍາ Lisbon ໄດ້ກຳນົດສີສັນ, ຄວາມຫລາຍຮູບຫລາຍແບບ ແລະ ແມ່ນພື້ນຖານຂອງ ອີຢູ  ໃນວັນນີ້, ທ່ານເນັ້ນໜັກວ່າ ຄວນສືບຕໍ່ນຳໃຊ້ສົນທິສັນຍາສະບັນນີ້ໃນກິດຈະການປະຕິຮູບຂອງ ເອີຣົບ. ໃນຂະນະນັ້ນ, ທ່ານາງ Ursula von der Leyen ປາດຖະໜາວ່າ ບັນດາປະເທດສະມາຊິກ ອີຢູ ຕ້ອງມີຄວາມຮັບຜິດຊອບພັດທະນາກຸ່ມ ອີຢູ ໃຫ້ເຂັ້ມແຂງກ່ວາໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ