ບາດກ້າວໃຫມ່ໃນການປະຕິຮູບລະບຽບການບໍລິຫານ ຂຶ້ນກັບຂົງເຂດ ສາສະຫນາ

ບາດກ້າວໃຫມ່ໃນການປະຕິຮູບລະບຽບການບໍລິຫານ ຂຶ້ນກັບຂົງເຂດ ສາສະຫນາ - ảnh 1
ພາບປະກອບ: internet


(vovworld) - ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່​ປະກາດ​ໃຊ້​ດຳລັດ​ເລກ​ທີ 92, ​ແທນ​ໃຫ້​ດຳລັດ​ເລກທີ 22 ​ໂດຍແນະນຳການ​ປະຕິບັດ​ບັນດາ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກ່ຽວ​ກັບ​ການ​ເຫລື້​ອມ​ໃສສາສະຫນາ. ​ດຳລັດ​ສະບັບ​ນີ້​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2013 ​ເປັນ​ຕົ້ນ​ໄປ ​ແລະ ດຳ​ລັດ​ສະບັບ​ນີ້ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ການ​ເຄື່ອນ​ໄຫວ​ເຫລື້ອມ​ໃສ​ສາສະຫນາ​ຢູ່ ຫວຽດນາມ. ທ່ານ ​ຫງວຽນ​ຄັກ​ຮູຍ ( Nguyễn Khắc Huy ) ຫົວຫນ້າ​ກົມ​ກົດໝາຍ​ກວດກາ ສັງກັດ​ຄະນະ​ສາສະຫນາ​ລັດຖະບານ ​ໃຫ້​ຮູ້​ວ່າ: ດຳລັດ​ເລ​ກທີ 92 ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ​ທີ່​ເປັນ​ຫນ້າ​ສົນ​ໃຈ​ເມື່ອ​ທຽບ​ໃສ່​ດຳລັດ​ເລກທີ 22.

        “ດຳລັດ​ສະບັບ​ດັ່ງກ່າວ​ຫລຸດຜ່ອນ​​ເວລາ​ແກ້​ໄຂ​ລະບຽບ​ການ​ບໍລິຫານ, ຫັນ​ລະບຽບ​ການ​ບໍລິຫານ​​ເປັນງ່າຍ​ດາຍ, ຍົກ​ເລິກ​ບັນດາ​ລະບຽບ​ການ​ບໍລິຫານ​ທີ່​ຊ້ຳ​ກັນ​ຫລື​ບໍ່​ເໝາະ​ສົມ, ກໍ່​ຄວາມ​ຫຍຸ້ງຍາກ​ຕໍ່​ພົນລະ​ເມືອງ, ບັນດາ​ອົງການ​ສາສະຫນາ​ເມື່ອ​ປະຕິບັດ​ການ​ເຄື່ອນ​ໄຫວ​ເຫລື້ອມ​ໃສ​ສາສະຫນາ​ຂອງ​ຕົນ. ດຳລັດ​ເລກທີ 92 ​ໄດ້​ເຕື້ອງ​ເຖິງ​ການ​ແນະນຳ​​ໃນ​ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ​ຢູ່​ບັນດາ​ຮາກ​ຖານ​ສາສະຫນາ. ນີ້​ແມ່ນ​ຈຸດ​ໃຫມ່​​ເມື່ອ​ທຽບ​ໃສ່​ດຳລັດ​ເລກທີ 22 ຊ່ວຍ​ໃຫ້ການ​ປັບປຸງ​ ເຄື່ອນ​ໄຫວ​ທາງ​ສາສະຫນາ ​ໃນ​ໝູ່​ຊຸມ​ຊົນ, ກຳນົດ​ທິດ​ໃນ​ການ​ດຳ​ເນີນ​ຊີວິດ​​ເຫລື້ອມ​ໃສ​ຕາມ​ຈຸດປະສົງ​ໂຄສະນາ, ສຶກສາ, ອາ​ໄລ​ຫາ, ​ເຊີດ​ຊູ​ບັນດາ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ວົງ​ຄະນາ​ຍາດ, ​ເຊີດ​ຊູ​ບັນດາ​ສັນຍາ​ລັກ​ວັດທະນະທຳ​ຂອງ​ປະ​ເທດ​ຊາດ. ນອກ​ນັ້ນ ດຳລັດ​ເລກທີ 92 ​ໄດ້​ກຳນົດ​ກ່ຽວ​ກັບການ​ແນະນຳ​ໃຫ້​ວົງ​ຄະນາ​ຍາດ​ຊາວ​ຕ່າງປະ​ເທດ ທີ່ມີ​ຄວາມ​ຕ້ອງການ​ ເຄື່ອນ​ໄຫວ​ທາງ​ສາສະຫນາ ​ຢູ່ ຫວຽດນາມ, ​ເຂົາ​ເຈົ້າ​ສາມາດ​ຈົດ​ທະບຽນ​ກັບ​ຄະນະ​ກຳມະການ​ຂັ້ນ​ແຂວງ​ເພື່ອ​​ໄດ້​ສ້າງ​ຄວາມ​ສະດວກ​ ເຄື່ອນ​ໄຫວ​ທາງ​ສາສະຫນາ​ຢູ່ ຫວຽດນາມ.”

 

 

 

 

 

 

ຂ່າວ/ບົດ​ອື່ນ