ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມ ດຶງດູດການລົງທຶນ

ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມ ດຶງດູດການລົງທຶນ - ảnh 1
( ພາບ: vietnamplus.vn )

( vovworld ) -   ​ເພື່ອ​ແນ​ໃສ່​ແນະນຳ, ​ໂຄສະນາ​ເພື່ອ​ດຶງ​ດູດ​ການ​ລົງທຶນ ​ແລະ ​ດຶງ​ດູດແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ຄະນະ​ຄຸ້ມ​ຄອງ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາເຜົ່າ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ລາຍການ​ຕ່າງໆ​ທີ່​ອຸດົມສົມ​ບຸນ​ໃນ​ປີ 2012 ຄື; ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ;  “ Festival ວັດທະນະທຳ​ບັນດາ​ເຜົ່າຫວຽດນາມ ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ ຄື​ວັນ​ທີ 19/4, ຈັດ​ຕັ້ງ “ ຄ້າຍ​​ແກະຄວັດ​ສະຫຼັກສາກົນ”, ລາຍການ​ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນາ​ທຳ​ຫວຽ​ດນາມ - ລາວ​ ເນື່ອ​ງ​ໃນ​ໂອກາດ “ ປີ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ”, ສະ​ເຫຼີມສະຫຼອງ​ວັນ​ມໍລະ​ດົກ​ວັດທະນະທຳ​ຫວຽດນາມ ( 23/11 ), ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າຫວຽດນາມ ຈັດ​ຕັ້ງການ​ເປີດ​ກຸ່ມ​ປູ​ຊະນີຍະສະ​ຖານ​ທາດ​ເຈດີ ຈັ່ມ - ​ກິດຈະກຳວັດທະນະທຳ​ທີ່​ໄດ້​ຮັບ​ການ​ກໍ່​ສ້າງຢ່າງ​ປານີດໃນ​ເຂດ​ໝູ່​ບ້ານຊົນ​ເຜົ່າ… ນອກຈາກ​ນັ້ນ, ຄະນະ​ຄຸ້ມ​ຄອງ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​​ເຜົ່າ​ຫວຽດນາມ ກໍ​ມີ​ແຜນ​ການຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ແນ​ໃສ່​ໂຄສະນາ, ດຶງ​ດູດ​​ໂຄງການ​ລົງທຶນ​ຕ່າງໆ​ເຂົ້າ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​​ເຜົ່າ​ຫວຽ​ດນາມ.
ຂ່າວ/ບົດ​ອື່ນ