ບານເຕະຊາຍ, ບານເຕະຍິງສືບຕໍ່ແຂ່ງຂັນໃນຮອບຄັດເລືອກ

(VOVWORLD) -ທິມບານເຕະຊາຍ U23 ມຽນມາ ຍືນອັນດັບທີ 1 ໃນສາຍ A ດ້ວຍ 6 ຄະແນນ ພາຍຫຼັງຍາດໄດ້ໄຊຊະນະໃນການແຂ່ງຂັນ 2 ນັດ.
ບານເຕະຊາຍ, ບານເຕະຍິງສືບຕໍ່ແຂ່ງຂັນໃນຮອບຄັດເລືອກ - ảnh 1ທິມບານເຕະຊາຍ U23 ມຽນມາ ໄດ້ເອົາຊະນະຕໍ່ທິມບານເຕະ U23 ຟີລິບປິນ 3 ປະຕູຕໍ່ 2
(ພາບ: TTXVN)

ພາຍຫຼັງແຂ່ງຂັນມາຫຼາຍນັດເຊິ່ງດຳເນີນໃນຕອນບ່າຍວັນທີ 10 ພຶດສະພາ ໃນຂອບເຂດສາຍ A ປະເພດກິລາບານເຕະຊາຍ SEA Games 31. ໃນນັດແຂ່ງຂັນດຳເນີນໃນເວລາ 16 ໂມງ, ທິມບານເຕະຊາຍ U23 ມຽນມາ ໄດ້ເອົາຊະນະຕໍ່ທິມບານເຕະ U23 ຟີລິບປິນ 3 ປະຕູຕໍ່ 2. ໃນຂະນະນັ້ນ, ທິມບານເຕະ U23 ອິນໂດເນເຊຍ ຍາດໄດ້ເອົາຊະນະຕໍ່ທິມບານເຕະ U23 Timor Leste 4 ປະຕູຕໍ່ 1.

        ດ້ວຍໝາກຜົນດັ່ງກ່າວ, ທິມບານເຕະຊາຍ U23 ມຽນມາ ຍືນອັນດັບທີ 1 ໃນສາຍ A ດ້ວຍ 6 ຄະແນນ ພາຍຫຼັງຍາດໄດ້ໄຊຊະນະໃນການແຂ່ງຂັນ 2 ນັດ.

        ໃນວັນດຽວກັນ, ປະເພດກິລາບານເຕະຍິງ, ສືບຕໍ່ການແຂ່ງຂັນໃນສາຍ B. ທິມບານເຕະຍິງ ໄທໄດ້ເອົາຊະນະຕໍ່ທິມບານເຕະຍິງ ສິງກະໂປ 3 ປະຕູຕໍ່ 0. ໃນຂະນະນັ້ນ, ທິມບານເຕະຍິງ ມຽນມາ ຍາດໄດ້ເອົາຊະນະຕໍ່ທິມບານເຕະຍິງ ລາວ 3 ປະຕູຕໍ່ 0.

ຕອບກັບ

ຂ່າວ/ບົດ​ອື່ນ