ບານເຕະຫວຽດນາມ ຢືນອັນດັບທີໜຶ່ງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ດ້ວຍຄະແນນ 1.220, ທິມບານເຕະຫວຽດນາມ ຍັງຄົງຮັກສາອັນດັບທີ 102 ໃນໂລກ, ຢືນອັນດັບທີ 17 ຂອງທະວີບ ແລະ ຍັງຄົງແມ່ນທິມທີ່ມີອັນດັບສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕາມຕາຕະລາງຈັດອັນດັບເດືອນ ຕຸລາ 2018  ທີ່ຫາກໍໄດ້ສະຫະພັນບານເຕະໂລກ (FIFA) ຫາກໍໄດ້ປະກາດໃນວັນທີ 25 ຕຸລາແລ້ວ, ດ້ວຍຄະແນນ  1.732, ທິມບານເຕະຝລັ່ງ ພວມຄອງແຊັມໂລກ ຖືກປີສາດແດງ ແບນຊິກ ແຊງຂຶ້ນໜ້າຢືນອັນດັບທີ 1 ຂອງໂລກ (ດ້ວຍຄະແນນ 1.733).

        ໃນຂະນະນັ້ນ, ທິມບານເຕະອັງກິດ ໄດ້ເລື່ອນຂຶ້ນ 1 ຂັ້ນ ແລະໄດ້ຈັດເຂົ້າໃນ Top 5 ທິມ ທີ່ມີຄວາມແຂງແກ່ນທີ່ສຸດໃນໂລກ.

        ເບິ່ງລວມແລ້ວ Top 10 ທິມບານເຕະໂລກ ຂອງຕາຕະລາງຈັດອັນດັບ FIFA ເດືອນຕຸລາ 2018 ນີ້ ບໍ່ມີການຫັນປ່ຽນຫຼາຍ ເມື່ອທຽບໃສ່ ເດືອນກັນຍາຜ່ານມາ. ອັນດັບທີ 7, 8, 9 ແລະ 10 ຍັງໄດ້ແກ່ທິມ ປັອກຕຸຍການ, ສະວິດ, ແອັດສະປາຍ ແລະ ແດນມາກ.

        ດ້ວຍຄະແນນ 1.220, ທິມບານເຕະຫວຽດນາມ ຍັງຄົງຮັກສາອັນດັບທີ 102 ໃນໂລກ, ຢືນອັນດັບທີ 17 ຂອງທະວີບ ແລະ ຍັງຄົງແມ່ນທິມທີ່ມີອັນດັບສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.


ຕອບກັບ

ຂ່າວ/ບົດ​ອື່ນ