ບາຣາຊິນດຳເນີນການ ປະຕິຮູບລັດຖະບານ


ບາຣາຊິນດຳເນີນການ ປະຕິຮູບລັດຖະບານ - ảnh 1

(ພາບ: Agencia Brasil)

 (vovworld)- ວັນ​ທີ 13/3, ທ່ານ​ນາງປະທານາທິບໍດີ​ບຣາຊິນ​ Dilma Rousseff ​ໄດ້​ແຕ່ງຕັ້ງລັດຖະມົນຕີ 6 ທ່ານພາຍຫຼັງ​ເຫັນ​ດີ​ຕໍ່​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ບັນດາ​ຜູ້ນຳ​ກະຊວງ​ດັ່ງກ່າວ​ເພື່ອ​ເຂົ້າຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້. ທ່ານນາງປະທານາທິບໍດີ​ບຣາຊິນ​ Dilma Rousseff ​ໄດ້​ແຕ່ງຕັ້ງທ່ານ Miguel Rossetto ​ເປັນ​ລັດຖະມົນຕີ​ກະຊວງ​ພັດທະນາ​ກະສິກຳ, ທ່ານ Gilberto Occhi ​ແມ່ນ​ລັດຖະມົນຕີ​​ຮັບ​ຜິດຊອບບັນດາ​ນະຄອນ, ​ໃນ​ຂະນະ​ທີ່​ທ່ານ Celio Campolina Dizin ​ໄດ້​ຮັບແຕ່ງຕັ້ງດຳລົງ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນ​ໃໝ່. ນອກຈາກ​ນັ້ນ, ບັນດາ​ກະຊວງ​ມີ​ການ​ປ່ຽນ​ແປງ​ບຸກຄະລາ​ກອນ​ຂັ້ນສູງ​ສຸດ​ໃນຄັ້ງນີ້​ແມ່ນ​ກະຊວງ​ອາຊີບ​ຫາ​ປາ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ, ກະຊວງ​ທ່ອງ​ທ່ຽງ ​ແລະ ກະຊວງ​ກະສິກຳ. ​ເພື່ອ​ຈຸດປະສົງ​ຫາ​ສຽງ​ເລືອກ​ຕັ້ງນັ້ນ, ກ່ອນ​ໜ້ານັ້ນ, ບັນດາ​ທ່ານ​ລັດຖະມົນຕີ​ທຳນຽບປະທານາທິບໍດີ, ສາທາລະນະ​ສຸກ ​ແລະ ການ​ຄ້າ​ຕ່າງປະ​ເທດ​ກໍ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ./.

 

ຂ່າວ/ບົດ​ອື່ນ