ບ່າເຣີ້ຍ - ວູງເຕົ່າ ຕ້ອນຮັບກ່ຳປັ່ນຂົນສົ່ງຕູ້ຄອນເທນເນີ Margrethe Maersk ລຳໃຫຍ່ທີ່ສຸດໃນໂລກ

(VOVWORLD) -ກ່ຳປັນຂົນສົ່ງຕູ້ຄອນເທນເນີ Margrethe Maersk ແມ່ນໜຶ່ງໃນບັນດາກ່ຳປັນຂົນສົ່ງຕູ້ຄອນເທນເນີທີ່ມີຂະໜາດໃຫຍ່ສຸດໃນໂລກໃນປະຈຸບັນ.

ບ່າເຣີ້ຍ - ວູງເຕົ່າ ຕ້ອນຮັບກ່ຳປັ່ນຂົນສົ່ງຕູ້ຄອນເທນເນີ Margrethe Maersk ລຳໃຫຍ່ທີ່ສຸດໃນໂລກ  - ảnh 1 ກ່ຳປັ່ນຂົນສົ່ງຕູ້ຄອນເທນເນີ Margrethe Maersk ໄດ້ເຂົ້າທຽບທ່າກ່ຳປັ່ນສາກົນ ກ໊າຍແມັ໊ບ (CMIT)

(ພາບ: TTXVN)

        ຕອນບ່າຍວັນທີ 25 ຕຸລາ, ກ່ຳປັ່ນຂົນສົ່ງຕູ້ຄອນເທນເນີ Margrethe Maersk ໄດ້ເຂົ້າທຽບທ່າກ່ຳປັ່ນສາກົນ ກ໊າຍແມັ໊ບ (CMIT), ແຂວງ ບ່າເຣີ້ຍ - ວູງເຕົ່າ. ກ່ຳປັນຂົນສົ່ງຕູ້ຄອນເທນເນີ Margrethe Maersk ແມ່ນໜຶ່ງໃນບັນດາກ່ຳປັນຂົນສົ່ງຕູ້ຄອນເທນເນີທີ່ມີຂະໜາດໃຫຍ່ສຸດໃນໂລກໃນປະຈຸບັນ. ກ່ຳປັ່ນສາມາດຂົນສົ່ງດ້ວຍນ້ຳໜັກ 214.121 DWT, ມີລວງຍາວເກືອບ 400 ມ, ກວ້າງ 59 ມ.

        ດ້ວຍເຫດການນີ້, ທ່າກ່ຳປັ່ນສາກົນ ກ໊າຍແມັ໊ບ ໄດ້ກາຍເປັນໜຶ່ງໃນຈຳນວນທ່າກ່ຳປັ່ນ 20 ແຫ່ງໃຫຍ່ທີ່ສຸດໃນໂລກທີ່ມີຄວາມສາມາດຢ່າງພຽງພໍຕ້ອນຮັບກ່ຳປັ່ນຂະໜາດໃຫຍ່ນີ້, ປະກອບສ່ວນຢືນຢັນທີ່ຕັ້ງຂອງລະບົບທ່າກ່ຳປັນ ກ໊າຍແມັ໊ບ - ທິ້ຫວາຍ ໃນແຜນທີ່ທະເລໂລກ.

        ເຫດການນີ້ກໍ່ມີຄວາມໝາຍພິເສດໃນສະພາບທີ່ບັນດາສັນຍາການຄ້າເສລີເຊິ່ງຫວຽດນາມ ໄດ້ລົງນາມຄື EVFTA, CPTPP… ໃນເວລານັ້ນ, ສິນຄ້າທີ່ນຳເຂົ້າ-ສົ່ງອອກຂອງຫວຽດນາມ ຈະໄດ້ຈັດຂຶ້ນກ່ຳປັ່ນແມ່ຂະໜາດໃຫຍ່ສົ່ງໄປຍັງບັນດາຕະຫຼາດໃຫຍ່ຄືເອີລົບ, ອາເມລິກາ ໂດຍກົງ ຫາກບໍ່ຕ້ອງໄປຜ່ານບັນດາທ່າກ່ຳປັ່ນເພື່ອປ່ຽນສິນຄ້າຂຶ້ນກ່ຳປັ່ນໃຫຍ່ຄືສິງກະໂປ, ມາເລເຊຍ, ຊ່ວຍປະຢັດລາຍຈ່າຍ logistics, ເພີ່ມລັກສະນະແກ່ງແຍ້ງ, ຫຼຸດເວລາຂົນສົ່ງສິນຄ້າລົງ ຈາກນັ້ນຊ່ວຍໃຫ້ສິນຄ້າສຳຜັດກັບຕະຫຼາດໄວກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ