ບາເຣ້ຍ-ຫວູງເຕົາ:ໃຫ້ບຸລິມະສິດຫລາຍຢ່າງໃຫ້ແກ່ວິສາຫະກິດລົງທຶນເຂົ້າໂກນດ໋າວ

(VOVWORLD) -ເພື່ອດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ນອກແຂວງ ເຂົ້າ ໂກນດ໋າວ, ແຂວງ ບ່າເຣ້ຍ ຫວູງເຕົາໄດ້ສຳຫລດກວດກາການວາງແຜນຜັງ, 

ບາເຣ້ຍ-ຫວູງເຕົາ:ໃຫ້ບຸລິມະສິດຫລາຍຢ່າງໃຫ້ແກ່ວິສາຫະກິດລົງທຶນເຂົ້າໂກນດ໋າວ - ảnh 1 ໂຄງການລົງທຶນຂອງຕ່າງປະເທດຢູ່ ບ່າເຣ້ຍ ຫວູງເຕົາ

ພາບ:baomoi.com

ທີ່ກອງປະຊຸມສົ່ງເສີມການລົງທຶນເຂົ້າ ໂກນດ໋າວ ຫາກໍ່ຈັດຕັ້ງຢູ່ ນະຄອນ ຫວູງເຕົາ, ການນຳ ບ່າເຣ້ຍ ຫວູງເຕົາ ໃຫ້ຮູ້ວ່າ: ເພື່ອດຶງດູດບັນດານັກລົງທຶນຢູ່ພາຍໃນ ແລະ ນອກແຂວງ ເຂົ້າ ໂກນດ໋າວ, ແຂວງ ບ່າເຣ້ຍ ຫວູງເຕົາໄດ້ສຳຫລດກວດກາການວາງແຜນຜັງ, ການນຳໃຊ້ທີ່ດິນຢູ່ເມືອງເກາະ ໂກນດ໋າວນີ້ ແລະ ຈະສະຫງວນເນື້ອທີ່ດິນປະມານ 200 ເຮັກຕາ ເພື່ອຈັດວາງ ແລະ ສະຫງວນບຸລິມະສິດຫລາຍຢ່າງໃຫ້ແກ່ບັນດາໂຄງການລົງທຶນການທ່ອງທ່ຽວ, ພະລັງງານຜະລິດຄືນໃຫມ່ ແລະ ກະສິກຳເຕັກໂນໂລຊີສູງ.  ແຂວງ ບ່າເຣ້ຍ ຫວູງເຕົາ ຈະຍົກເວັ້ນອາກອນລາຍຮັບໃຫ້ວິສາຫະກິດທັງໝົດທີ່ລົງທຶນເຂົ້າ ໂກນດ໋າວ ໃນໄລຍະ 4 ປີ, ຫລຸດຜ່ອນ 50% ໃນ 9 ປີຕໍ່ໄປ ສຳລັບບັນດາໂຄງການລົງທຶນໃຫມ່, ຍົກເວັ້ນພາສີນຳເຂົ້າສຳລັບສິນຄ້ານຳເຂົ້າ. ນອກນັ້ນ ຈະມີບາງຂົງເຂດລົງທຶນອື່ນໄດ້ຮັບການຍົກເວັ້ນຄ່າເຊົ່າທີ່ດິນໃນໄລຍະ 15 ປີຕໍ່ໄປ ເມື່ອລົງທຶນເຂົ້າ ໂກນດ໋າວ.

ຕອບກັບ

ຂ່າວ/ບົດ​ອື່ນ