ບໍ່ໄດ້ສວຍໃຊ້ກໍລະນີເຮືອບິນຕົກຢູ່ຢູແກຼນເພື່ອຈຸດປະສົງການເມືອງ

ບໍ່ໄດ້ສວຍໃຊ້ກໍລະນີເຮືອບິນຕົກຢູ່ຢູແກຼນເພື່ອຈຸດປະສົງການເມືອງ - ảnh 1
ເຮືອບິນ MH 17 ຂອງ​ ມາ​ເລ​ເຊຍ ຕົກ​ຢູ່​ພາກ​ຕ​າ​ເວັນ​ອອກ ຢູ​ແກຼນ
ພາບ:internet


(vovworld)- ບໍ່​ມີ​​ໃຜ​​ໄດ້​ອະນຸ​ຍາດ​ສວຍ​ໃຊ້​ກໍລະນີ​ເຮືອບິນ MH 17 ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ ຕົກ​ຢູ່​ພາກ​ຕ​າ​ເວັນ​ອອກ ຢູ​ແກຼນ ​ເພື່ອ​ບັນລຸ​ຈຸດປະສົງ​ການ​ເມືອງ​ຂອງ​ຕົນ. ຄຳ​ຖະ​ແຫລ​ງດັ່ງກ່າວ​ໂດຍ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຍົກ​ອອກ​ມາ​ໃນ​ວັນ​ທີ 21/7. ບັນຫາ​ນີ້ ​​ທ່ານ​ປະທານາທິບໍດີ Vladimir Putin ກໍ່​ໄດ້​ເຕື້ອງ​ເຖິງ​ໃນ​ການ​​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ ອັງກິດ David Cameron, ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Tony Abbot. ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ Vladimir Putin ​ແລະ​ຄູ່​ຕຳ​ແຫນ່​ງ ຝລັ່ງ ທ່ານ Francoi Hollande ກໍ​​​ໄດ້​ໂອ້​ລົມ​ທາງ​ໂທລະສັບ ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ເລີ່​ມຕົ້ນ​ສືບສວນ​ສອບ​ສວນສາກົນ​ໂດຍ​ໄວ ຂອງ​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ ກ່ຽວ​ກັບ​​ກໍລະນີເຮືອບິນ​ຕົກ.

 

 

 

ຂ່າວ/ບົດ​ອື່ນ