ປີ 2012 ຫວຽດນາມ ສູ້ຊົນນຳວົງເງິນສົ່ງອອກ ປາຈາ ບັນລຸ 2 ຕື້ USD

ປີ 2012 ຫວຽດນາມ ສູ້ຊົນນຳວົງເງິນສົ່ງອອກ ປາຈາ ບັນລຸ 2 ຕື້ USD - ảnh 1
ປີ 2012 ຫວຽດນາມ ສູ້ຊົນນຳວົງເງິນສົ່ງອອກ ປາຈາ ບັນລຸ 2 ຕື້ USD
(ພາບ: internet)

(VOV). ຕອນ​ບ່າຍ​ວັນ​ທີ 7/2, ຢູ່​ນະຄອນ​ເກີນ​ເທີ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ​ການ​ຜະລິດ, ຈຳໜ່າຍ ປາຈາ​ປີ 2011 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2012. ​ໃນປີ 2011, ຫວຽດນາມ​ລ້ຽງ​ປາ​ຈາ​​ໄດ້ ​ເກ​ືອບ 1,2 ລ້ານ​ໂຕນ, ສົ່ງ​ອອກ​ກ່ວາ 6 ​ແສນ​ໂຕນ, ບັນລຸ​ວົງ​ເງິນ​ກ່ວາ​ 1,8 ລ້ານUSD. ຕາມ​ແຜນການ​ແລ້ວ, ປີ​ນີ້, ທ່ົວ​ເຂດ​ສູ້ຊົນ​ເພື່ອບັນລຸປະລິມານ​ການ​ຜະລິດ​ປາ​ຈາ​ ​ແຕ່ 1,2 – 1,5 ລ້ານ​ໂຕນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ 2 ຕື້ USD. ​ທ່ານ ຫງວຽນ​ຮື​ວຢູງ, ຮອງ​ປະທານ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ ຖື​ວ່າ: ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ​ຈະ ພິຈາລະນາ ​ແລະ ​ແນະນຳ​ລາຄາສົ່ງ​ອອກ​ພື້ນຖານ​​ໃຫ້​ແກ່​ບາງ​ຕະຫຼາດ​ຕົ້ນຕໍ, ​ເປັນ​ເຈົ້າ​ການ, ຄົ້ນພົບ, ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ຕະຫຼາດ, ຮົ້ວ​ກີດຂວາງ, ການ​ແກ່ງ​ແຍ້​ງດ້ານ​ການ​ຄ້າ.​​.. ຢ່າງ​ທັນ​ການ. ທ່ານ​ຢູງ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ: ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ພົວ​ພັນ​ລະຫວ່າງບັນດາ​ຂອດ​​ໃນ​ການ​ຜະລິດ. ​ເພາະວ່າ, ​ເຮັດ​​ໄດ້​ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​​ໃຫ້​ການ​ຜະລິດ​ປາຈາ​​ເປັນ​ເອກະ​ພາບ ຈາກ​ການ​ຜະລິດ​ແນວ​ພັນ​ລ້ຽງ, ຫົວອາຫານ, ການ​ລ້ຽງ ​ແລະ ປຸງ​ແຕ່ງ”

ຂ່າວ/ບົດ​ອື່ນ