ປີ 2013, ຂະແໜງຊາ ຫວຽດນາມຍົກສູງ ຄຸນນະພາບຜະລິດຕະພັນ

ປີ 2013, ຂະແໜງຊາ ຫວຽດນາມຍົກສູງ ຄຸນນະພາບຜະລິດຕະພັນ - ảnh 1
(ພາບປະກອບ)
(vovworld) - ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້​ວ, ປີ 2013 ຂະ​ແໜງ​ຊາ​ຫວຽດນາມ ສືບ​ຕໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຄື​ທະນາຄານ​ຮັດ​ແໜ້ນ​​ດ້ານ​ການ​ເງິນ ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ຍາກ​ທີ່ສຳ​ພັດ​ກັບ​ແຫຼ່ງທຶນ​ກຸ້ຍື່ມ; ບັນດາ​ຕະຫຼາດ​ສົ່ງ​ອອກ​ທີ່​ມີ​ມາ​ແຕ່​ດົນ​ນານຮັດ​ແໜ້ນ​​ຄາດໝາຍ​ກ່ຽວ​ກັບ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ... ​ເພື່ອ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ເທື່ອ​ລະ​ກ້າວ, ​ໃນ​ປີ 2013, ຂະ​ແໜງ​ຊາ ຕ້ອງ​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນນະພາບ ​ແລະ ​ເພີ່ມ​ລະ​ຄາຊາ. ທ່ານ ດ່ວານ​ແອ​ງຕວນ, ປະທານ​ສະຫະສະມາຄົມ​ຊາ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ຂະ​ແໜງ​ຊາ​ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ກ່ຽວ​ກັບ​ຄຸນ​ນະພາ​ບ ​ແລະ ມູນຄ່າເພີ່ມ​ ຜ່ານ​ການຂາຍ​ຊາ ດ້ວຍ​ວິ​ທີ​​ເຮັດເປັນ​ຫໍ່ນ້ອຍ, ນຳ​ຊາ​ຫວຽດນາມ ​ເຖິງ​ຜູ້ບໍລິ​ໂພ​ກ, ຫຼຸດຜ່ອນ​ຂອດ​ກາງ. ​ວຽກ​ງານ​ໂຄສະ​ນາ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ​ເຮັດ​ແນວ​ໃດ​ເພື່ອ​ປ່ຽນ​ການ​ກະທຳ, ຄວາມ​ຮັບ​ຮູ້​ຂອງ​ຜູ້​ປູກ​ຊາ. ວຽກ​ງານ​ໂຄສະນາສືບ​ຕໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຜ່ານ​ບັນດາ​ພາຫະນະສື່​ມວນ​ຊົນ.”

ຂ່າວ/ບົດ​ອື່ນ