ປີ 2014 ການສົ່ງອອກສິນໃນນຳ້ຂອງຫວຽດນາມ ບັນລຸກວ່າ 6,7 ຕື້ USD

ປີ 2014 ການສົ່ງອອກສິນໃນນຳ້ຂອງຫວຽດນາມ ບັນລຸກວ່າ 6,7 ຕື້ USD - ảnh 1
ພາບປະກອບ

(vovworld) – ​ເດືອນ 1/2014, ບັນດາ​ວິ​ສາ​ຫະກິດ​ສິນ​ໃນ​ນຳ້​ສົ່ງ​ອອກ​ບັນລຸ 552 ລ້ານ USD, ​ເພີ່ມ​ຂື້ນ 13% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນີ້​ແມ່ນ​ສັນຍານ​ທີ່​ຕັ້ງໜ້າ​ໃຫ້​ແກ່​ການ​ສົ່ງ​ອອກ​ສິນ​ໃນ​ນຳ້​ໃນ​ຊຸມ​ວັນ​ຕົ້ນ​ປີ​ 2014. ​ແຕ່​ຕາມ​ສະຫະ​ສະມາຄົມ​ຜະລິດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນຳ້​ຫວຽດນາມ (VASEP) ​ແລ້ວ, ​ເພື່ອ​ບັນລຸ​​ຄາດໝາຍ​ສົ່ງ​ອອກ​ສິນ​ໃນ​ນຳ້​ໃຫ້​ໄດ້​ 6,7 ຕື້ USD ນັ້ນ, ນອກຈາກ​ຮັກສາ​ບັນດາ​ຕະຫຼາດ​ທີ່​ມີ​ຢູ່​ແລ້ວ, ປີ 2014 ຕ້ອງ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເຖິງ​ຕະຫຼາດ​ຈີນ​ອີກ. ປະຈຸ​ບັນ, ຈີນ ​ໄດ້​ລື່ນ​ກາຍ ສ ​ເກົາຫຼີ ​ເພື່ອ​ກາຍ​ເປັນ​ຕະຫຼາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ຫວຽດນາມ​ໃຫຍ່​ອັນ​ດັບ 4 (ຖັດຈາກ​ອາ​ເມ​ລິ​ກາ, ອີ​ຢູ ​ແລະ ຍີ່ປຸ່ນ). ຍ້ອນ​ບັນລຸ​ລະດັບ​ເຕີບ​ໂຕ​ເສດຖະກິດ​ສູງ​ພໍ​ສົມຄວນ, ມີ​ຈຳນວນພົນລະ​ເມືອງ​ຫຼາຍ, ມີຄວາມ​ຕ້ອງການ​ນຳ​ເຂົ້າຫຼາຍ… ຈີນ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ ສົ່ງ​ອອກ​​ສິນ​ໃນ​ນຳ້​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ