ປີ 2014 ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ສູ້ຊົນຊ່ວຍ 44.640 ກ່ວາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ

   ປີ 2014 ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ສູ້ຊົນຊ່ວຍ 44.640 ກ່ວາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ - ảnh 1
ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້​ຫວຽດນາມ​ຍັງເຫຼືອພຽງຄອບຄົວ​ທຸກ​ຍາກຫຼາຍຢູ່

(vovworld)- ຕາມ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ປີ 2014, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້​ຫວຽດນາມ​ສູ້​ຊົນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ 44.640 ຄອບຄົວ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ, ຫຼຸດ​ອັດ​ຕາຄອບຄົວ​ທຸກ​ຍາກ​ໃນ​ເຂດ​ຈາກ 7,2% ​ໃນ​ປີ 2013 ລົງ​ເຫຼືອ​ພຽງ 6%. ​ເພື່ອ​ສ້າງ​ແຜນການ​ທີ່​ໄດ້​ວາງອອກ​ໃຫ້​ສຳ​ເລັດ, ​ບັນດາ​ແຂວງເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້​ຫວຽດນາມ​ ​ໄດ້​ສຸມ​ໃສ່​ລົງທຶນ​ພັດທະນາ​ໂຄງ​ປະກອບ​ໂຄງ​ລ່າງ, ກ່ອນ​ອື່ນ​ໝົດ​ແມ່ນ​ການ​ລົງທຶນກໍ່ສ້າງ​ບັນດາ​ເສັ້ນທາງ​ຄົມມະນາຄົມ​ສຳຄັນ​ເຊື່ອມ​ຕໍ່​ແຂວງ​ຕໍ່​ແຂວງ, ​ເມືອງ​ຕໍ່​ເມືອງ, ຕິດ​ພັນ​ກັບ​ການ​ຫັນປ່ຽນ​ໂຄງປະກອບ​ການ​ຜະລິດ​ອຸດສາຫະກຳ, ການ​ຄ້າ, ກະ​ສີ​ກຳ. ບັນດາ​ແຂວງ​ໃຫ້​ບຸລິມະສິດ​ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ກະ​ສີ​ກຳ, ພັດທະນາ​ເສດຖະກິດ​ຟາ​ມ,​ ​ເສດຖະກິດຄອບຄົວ, ພັດທະນາ​ອຸດສາຫະກຳ​ປຸ່ງ​ແຕ່ງ​ ​ແລະ ອຸດສາຫະກຳ​ນ້ອຍ​ຫັດຖະກຳ. 

ຂ່າວ/ບົດ​ອື່ນ