ປີ 2015 ຈະຫັນ 13 ກຸ່ມລະບຽບການບໍລິຫານເປັນງ່າຍດາຍ

ປີ 2015 ຈະຫັນ 13 ກຸ່ມລະບຽບການບໍລິຫານເປັນງ່າຍດາຍ - ảnh 1
(ພາບປະກອບ)

(vovworld) – ​ແຜນການ​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍ​ດາ​ຍ ​ແມ່ນ​ຈຸດ​ສຸມ​ໃນ​ປີ 2015 ​ເຊິ່ງນາຍົກລັດ​ຖະມົນຕີຫາ​ກໍ່​ປະກາດ​ໃຊ້​ແມ່ນວາງ​ອອກ​ຄາດໝາຍ​ຫັນ​ເປັນ​ງ່າຍ​ດາ​ຍ ​ແລະ ຫຼຸດຜ່ອນ 25% ລາຍ​ຈ່າ​ຍປະຕິບັດສຳລັບ 13 ກຸ່ມ​ລະບຽບ​ການ​ບໍລິຫານ​ໃນ​ບັນດາ​ຂົງ​ເຂດ​ຄື: ການສົ່ງ​ອອກ​ສິນ​ໃນ​ນ້ຳ, ກວດ ​ແລະ ປິ່ນປົວ​ພະຍາດ​ໃຫ້​ປະຊາຊົນ, ຮັບ​ສະໝັກ, ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ ​ແລະ ​ເໜືອມະຫາວິທະຍາ​ໄລ. ​ແຜນການ​ກໍ່​ມຸ່ງ​ໄປ​ເຖິງ​ຄາດໝາຍ 100% ຈຳນວນລະບຽບ​ການ​ບໍລິຫານ​ຢູ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໄດ້​ຫັນ​ເປັນມາດຖານ ແລະ ປະກາດ​​​ລະບຽບ​ການ​ບໍລິຫານຢ່າງ​ເປີດ​ເຜີຍ ​ແລະ ຕິດປະກາດຢູ່ສະຖານ​ທີ່​ຮັບ, ​ແກ້​ໄຂ​ລະບຽບ​ການ​ບໍລິຫານ.

        ​ເພື່ອ​ປະຕິບັດ​ຄາດໝາຍ​ດັ່ງກ່າວ​​ໃຫ້​ໄດ້, ວຽກ​ງານ​ປັບປຸງ, ບົດ​ລາຍ​ງານ​ສະພາບ​ການ, ໝາກຜົນ​ແຫ່ງ​ການ​ປະຕິບັດ​​ແຜນການ, ຮ່າງ​ຂໍ້​ຕົກລົງ​ພ້ອມ​ກັບ​ວິທີ​ຫັນ​ລະບຽບ​ການ​ບໍລິຫານ​ໃຫ້​ງ່າຍດາຍ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດຖະມົນຕີ​ກ່ອນ​ວັນ​ທີ 30/09/2015. ວັນ​ທີ 31/12/2015 ຕ້ອງສ້າງ​ເອກະສານນິຕິ​ກຳ​ໃຫ້​ສຳ​ເລັດ ​ເພື່ອ​ປະຕິບັດການ​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍດາຍ.

ຂ່າວ/ບົດ​ອື່ນ