ປີ 2015, ສຸມໃສ່ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ວິທະຍາສາດ - ເຕັກໂນໂລຊີ

ປີ 2015, ສຸມໃສ່ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ວິທະຍາສາດ - ເຕັກໂນໂລຊີ - ảnh 1
(ພາບປະກອບ)

(vovworld) – ປີ 2014, ​ແມ່ນ​ປີ​ບັນລຸ​​ໄດ້ຜົນສຳ​ເລັດ​ຂອງ​ຂະ​ແໜງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ຂະນະ​ທີ່​ໄດ້​ເລື່ອນ​ຂຶ້ນ​ຈາກ​ອັນ​ດັບ​ທີ 71 ຂຶ້ນ​ເຖິງ 143 ​ໃນ​ຕະຕາລາງ​ຈັດ​ອັນ​ດັບ​ກ່ຽວ​ກັບ​ຕົວ​ເລກ​ປ່ຽນ​ໃໝ່​ວິທະຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ທົ່ວ​ໂລກ ​ໂດຍ​ອົງການ​ຊັບ​ສິນ​ທາງ​ປັ​ນຍາ​ໂລກ (WIPO) ປະກາດ. ​​ເປັນ​ຄັ້ງ​ທຳ​ອິດເຫດການ​ວັນວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ 18/05 ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ ​​​ສ້າງ​​ໄດ້ຂີດ​ໝາຍຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສັງຄົມ.

    ປີ 2015, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຈະ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໜ້າ​ທີ່ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ ຕາມ 3 ລາຍການ​ແຫ່ງ​ຊາດ ​ເຊິ່ງນາຍົກລັດຖະມົນຕີ​ໄດ້​​ເຊັ່ນ​ອະນຸມັດ. ນັ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ, ​ໂຄງການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ​ໂຄງການ​ພັດທະນາ​ຜະລິດ​ຕະພັນ​ແຫ່ງ​ຊາດ. ​ໃນ​ນັ້ນ ມີ​ບາງ​ໜ້າ​ທີ່​ອາດຈະສະ​ເໜີ​ບັນດາ​ຜະລິດ​ຕະພັນ​ທຳ​ອິດ​.

        ທ່ານ​ຫງວຽນ​ກວນ, ລັດຖະມົນຕີ​ວ່າການ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ໃຫ້​ຮູ້​ວ່າ, ຍຸດ​ທະ​ສາດ​ພັດທະນາວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ ສຸມ​ໃສ່ 4 ຂົງ​ເຂດ​ແມ່ນ​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ອຸດ​ສະດຸ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ ​ແລະ ກົນ​ຈັກ - ​ອັດຕະ​ໂນ​ມັດ ​ແລະ ຜັນ​ຂະຫຍາຍ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ​ກ່າວ​ວ່າ.

        “ນະ​ໂຍບານ​ສົ່ງ​ເສີມ​ໃຫ້​ພະນັກງານ​ວິທະຍາ​ສາດຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​. ນັ້ນ​ແມ່ນ​ພາຍ​ຫຼັງ​ລັດຖະບານ​ໄດ້​ປະກາດ​ໃຊ້ດຳລັດ​ເລກ 40/2014 ກ່ຽວ​ກັບ​​ນະ​ໂຍບາຍ​ຖື​ເປັນ​ສຳຄັນ ​ແລະ ນຳ​ໃຊ້​ພະນັກ​ງານ​ວິທະຍາສາດ. ລວມທັງ​ນະ​ໂຍບາຍຖື​ບັນດາ​ນັກວິທະຍາສາດ​ອັນ​ດັງ​ໜຶ່ງເປັນ​ສຳຄັນ - ນຳ​ໃຊ້​ບັນດາ​ນັກວິທະຍາສາດ​ເຊິ່ງລັດຖະບານ​ມອບ​ໝາ​ຍໜ້າ​ທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ນະ​ໂຍບາຍ​​ໃຫ້​ບຸລິມະສິດ​ທີ່​ມີ​ຕໍ່​ນັກວິທະຍາສາດ​ໜຸ່ມ​ທີ່​ມີ​ຄວາມ​ສາມ​າດ”.

ຂ່າວ/ບົດ​ອື່ນ