ປີ 2015: ສ້າງມາດຕະຖານຄວາມທຸກຍາກໃໝ່ໃຫ້ໄລຍະ 2016-2020

ປີ 2015: ສ້າງມາດຕະຖານຄວາມທຸກຍາກໃໝ່ໃຫ້ໄລຍະ 2016-2020 - ảnh 1
(ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​
ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ວຽນ)


(vovworld) - ຍ້ອນ​ມາດຕະຖານ​ກ່ຽວ​ກັບ​ຄວາມທຸກ​ຍາກ​ ແມ່ນ 400.000 ດົ່ງ/ຄົນ/​ເດືອນ​ສຳລັບ​ເຂດ​ຊົນນະບົດ ​ແລະ 500.000 ດົ່ງ/ຄົນ/​ເດືອນ​ສຳລັບ​ເຂດຕົວ​ເມືອງ​ໃນ​ປະຈຸ​ບັນ​ແມ່ນ​ບໍ່​ເໝາະ​ສົມ​ອີກ. ​ດັ່ງ​ນັ້ນ, ປີ 2015 ກະຊວງ​ແຮງ​ງານ ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຈຶ່ງ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ ສ້າງ​ມາດຕະຖານ​ກ່ຽວ​ກັບ​ຄວາມທຸກ​ຍາກ​ໃໝ່​ໃຫ້​ໄລຍະ 2016-2020. ຕາມ​ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ວຽນ ​ແລ້ວ, ພ້ອມ​ກັບ​ບັ​ນດາມາດຕະຖານ​ຄວາມທຸກ​ຍາກ​ໃໝ່, ບັນດາ​ມາດ​ຕະການ, ນະ​ໂຍບາຍ​ໃໝ່​ທີ່​ປະກາດ​ໃຊ້​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ປະກອບສ່ວນ​ຈຳກັດ​ສະພາບ​ຄວາມທຸກ​ຍາກ​ຄືນ​ໃໝ່​ໃນ​ປະຈຸ​ບັນ:

​ເພື່ອ​ແກ້​ໄຂ​ນະ​ໂຍບາຍ​ໃຫ້​ບັນດາ​ເປົ້າ​ໝາຍ​ທຸກ​ຍາກ, ພວກ​ຂ້າພະ​ເຈົ້າ​ໄດ້​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ສຸມ​ໃສ່​ແຫຼ່ງກຳລັງ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານໂຄງ​ລ່າງ​ໃຫ້​ບັນດາ​ເມືອງ, ຕາ​ແສງ​​ເຂດຊົນ​ເຜົ່າ​ສ່ວນ​ໜ້ອຍ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ເງື່ອນ​ໄຂ​​ເພື່ອ​ພັດທະນາ​ການ​ຜະລິດ; ພ້ອມ​ທັງ​ຫຼຸດຜ່ອນ​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ລ້າ, ​ແທນ​ທີ​ນັ້ນ​ແມ່ນ​ນຳ​ໃຊ້ນະ​ໂຍບາຍ​ໃຫ້​ກູ້​ຢືມ​ທຶນ. ປີ 2015, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ວຽກ​ງານສ້າງ​ມາດຕະຖານ​ກ່ຽວ​ກັບ​ຄວາມທຸກ​ຍາກ​ໃໝ່. ຜ່ານ​ນັ້ນ, ມີ​ເງື່ອນ​ໄຂ​ເພື່ອ​ຕີ​ລາຄາ​ຢ່າງຮອບດ້ານ​ກວ່າ ​ແລະ ​ເໝາະ​ສົມ​ກັບ​ທ່າ​ອ່ຽງລວມຂອງ​ສາກົນ

ຂ່າວ/ບົດ​ອື່ນ