ປີ 2015, ຫວຽດນາມ ນອນໃນຈຳນວນ 5 ປະເທດອາຊີຕາເວັນອອກສຽງໃຕ້ ມີຄວາມສະດວກດ້ານພາສີ

ປີ 2015, ຫວຽດນາມ ນອນໃນຈຳນວນ 5 ປະເທດອາຊີຕາເວັນອອກສຽງໃຕ້ ມີຄວາມສະດວກດ້ານພາສີ - ảnh 1
(ພາບປະກອບ)

(vovworld) -     ປີ 2015, ຫວຽດນາມ ຈະນອນ​ໃນ​ຈຳນວນ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ທີ່ມີ​ຄວາມ​ສະດວກດ້ານ​ພາສີ. ນີ້​ແມ່ນ​ຂໍ້​ມູນ​ເຊິ່ງກົມ​ໃຫຍ່​ພາສີ ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ ​ເຊິ່ງ​​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 29/11. ບົດ​ລາຍ​ງານ​ສະພາບ​ແວດ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸລະ​ກິດປີ 2013 ​ໂດຍ​ທະນາຄານ​ໂລກ ​ແລະ ອົງການ​ການ​ຄ້າ​ສາກົນ ຕີ​ລາຄານັ້ນ ​ຫວຽດນາມ ພວມ​ຢືນ​ຢູ່​ລະດັບ 138/185 ປະ​ເທດ ​ແລະ ​ເຂດ​​ແຂວ້ນ, ຢືນ​ອັນ​ດັບ​ທີ 9 ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ກ່ຽວ​ກັບ​ລະດັບສະດວກດ້ານ​ພາສີ. ຕາມ​ຍຸດ​ທະ​ສາດ​​ປະຕິ​ຮູບ​ລະບົບ​ພາສີ​ໄລຍະ 2011 – 2020, ຫວຽດນາມ ສູ້​ຊົນ​ຮອດ​ປີ 2015 ​​ເປັນ 1 ​ໃນ 5 ປະ​ເທດ​ນຳ​ໜ້າ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ກ່ຽວ​ກັບ​ລະດັບ​ສະດວກດ້ານ​ພາສີ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ທົ່ວ​ຂະ​ແໜງ​ພວມ​ປ່ຽນ​ໃໝ່​ວິທີການຄຸ້ມ​ຄອງ​ເພື່ອ​ສຳ​ພັດ​ກັບທຳນຽບສາກົນ​ກ່ຽວ​ດັບ​ນະ​ໂຍບາຍ​ພາສີ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ