ປີ 2015 ຫວຽດນາມ ສູ້ຊົນບັນລຸໝາກຜົນສຸດສຸດຂອງແຜນການ 5 ປີ (2010 - 2015)

ປີ 2015 ຫວຽດນາມ ສູ້ຊົນບັນລຸໝາກຜົນສຸດສຸດຂອງແຜນການ 5 ປີ (2010 - 2015) - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ

(vovworld) – ວັນ​ທີ 29/12, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ໂດຍ​ກົງຜ່ານ​ເຄື່ອຂ່າຍ​ອິນ​ເຕີ​ແນ​ດ ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ທຸກ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ແນ​ໃສ່​ປະຕິບັດ​ການພັດທະນາ​ເສດຖະກິດ​ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽ​ດນາມ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ປີ 2014, ສະພາບ​ການ​ເສດຖະກິດ​, ການ​ເມືອ​ງ​ໃນ​ໂລກ ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ຍາດທີ່ຈະຄາດຄະເນ, ພິ​ເສດ​ແມ່ນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ພິ​ເສດຈຳ​ເພາະ ​ແລະ ​​ເຂດໄຫຼ່​ທະ​ວີ​ບຂອງ​ຫວຽດນາມ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ໝັ້ນຄົງ ​ແລະ ການພັດທະນາ​ຂອງ​ປະ​ເທດ​ຊາດ. ​ແຕ່​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ໄດ້​ແກ້​ໄຂ​ບັນດາ​ສິ່ງ​ກີດຂວາງຢ່າງ​ທັນ​ການ ສະ​ນັ້ນ​ໄດ້​ປະຕິບັດ​ຄາດໝາຍ​ເສດຖະກິດ​ສັງຄົມ​ລື່ນ​ກາຍຕົວເລກຄາດໝາຍ​ທີ່​ໄດ້​ວາງ​ອອກ. ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ຮັບປະກັນ​ກວ່າ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີກ​ວ່າ; ການ​ເຕີບ​ໂຕ GDP ລື່ນ​ກາຍ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ​ແລະ ບັນລຸ 5,98%. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

   “ສິ່ງ​ພົ້ນ​ເດັ່ນ​ຂອງ​ປີ 2014 ​ແມ່ນ​ຮັກສາ​ໄດ້​ອະທິປະ​ໄຕ​ແຫ່ງ​ຊາດ. ຫວຽດນາມ ຮັກສາ​​ໄດ້​ສັນຕິພາບ, ສະຖຽນ​ລະ​ພາບ. ຜ່ານ​ວຽກ​ງານ​ດັ່ງກ່າວ, ພວກ​ເຮົາ​ສ້າງ​​ໄດ້​ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ປວງ​ຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ຕ່າງ​ປະ​ເທດ ທີ່​ມີ​ຕໍ່​ພາລະ​ກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນ​ການ 5 ປີ, ​ເຊິ່ງ​ແມ່ນ​ປີ​ມີຄວາມ​ໝາຍ​ສຳຄັນ, ​ແມ່ນ​ປີ​ມີ​ບັນດາເຫດການ​ໃຫຍ່, ສະ​ນັ້ນ ລັດຖະບານ​ໄດ້​ວາງ​ອ​ອກ 4 ໝວດ​ໜ້າ​ທີ່​ໃຫຍ່​ທີ່​ຕ້ອງ​ສຸມ​ໃສ່​ປະຕິບັດ​ຢ່າງ​ມີ​ໄຊ. ​ໃນ​ນັ້ນ ໜ້າ​ສົນ​ໃຈ​​ແມ່ນ; ທັງ​ລະບົບ​ການ​ເມືອງ​ຕ້ອງ​ຮ່ວມ​​ແຮງ​ຮ່ວມ​ໃຈ, ຕັດສິນ​ໃຈ​ປະຕິບັດ​ເຈຸດໝາຍຢ່າງມີໄຊ. ​ບັນຫາ​ໜຶ່ງອີກ​ແມ່ນ ຕ້ອງ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ, ຮັກສາ​​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ