ປີ 2015: ເພີ່ມທະວີ ການສົ່ງເສີມການຄ້າ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ

ປີ 2015: ເພີ່ມທະວີ ການສົ່ງເສີມການຄ້າ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ - ảnh 1
(ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ
ອຸດສາຫະກຳ​ການ​ຄ້າຫວຽດນາມ ຫວູຮຸຍ​ຮ່ວາງ)


(vovworld) – ເພີ່ມ​ທະວີ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້ການ​​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸ​ລະ​ກິດ, ປະຕິບັດ​ຢ່າງ​ແຮງ​ບັນດາ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ, ຕັ້ງໜ້າ​ເປີດ​ກວ້າງ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ; ວົງ​​ເງິນ​ສົ່ງ​ອອກ​ບັນລຸ 160,3 ຕື້ USD… ​ນັ້ນແມ່ນ​ບັນດາ​ໜ້າ​ທີ່​ເຊິ່ງກະຊວງ​ອຸດ​ສາ​ຫະກຳ​ການ​ຄ້າ​ໄດ້​ວາງ​ອອກ​ໃຫ້​ປີ 2015. ​ເພື່ອ​ບັນລຸ​ໄດ້​ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ໃນ​ລະດັບ 160,3 ຕື້ USD ​ໃນປີ 2015. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງອຸດສາຫະກຳ​ການ​ຄ້າ ຫວູຮຸຍ​ຮ່ວາງ ​ໃຫ້​ຮູ້​ວ່າ, ທາງຂະ​ແໜງ​ຄວນເອົາ​ໃຈ​ໃສ່​ເຂົ້າ​ໃນ​ບັນດາ​ໜ້າ​ທີ່​ຄື: ສືບ​ຕໍ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃຫ້​ວິ​ສາ​ຫະກິດ, ຍູ້​ແຮງ​ການ​ລົງທຶນ​ບັນດາ​ກິດຈະກຳ​ໄຟຟ້າຮັບປະກັນ​ຖືກ​ຕາມ​ກຳນົດ​ເວລາ, ຍົກ​ສູງ​ກຳລັງ​ຄວາມສາມາດການ​ຜະລິດ. ນອກຈາກ​ນັ້ນ. ຕັ້ງໜ້າ​ເປີດ​ກວ້າງ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ, ນັບ​ທັງ​ຕະຫຼາດພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ​ໂດຍ​ສະພາະ​ແ​ນ່ນບັນດາປະເພດ​ສິນຄ້າ​ຂອງ​ຫວຽດນາມ ມີ​ທ່າ​ແຮ​ງຄື​ຜະລິດ​ຕະພັນ​ກະ​ເສດ,​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ​ເຄື່ອນ​ຕຳ​ແຜ່ນ​ຕັດຫຍິບ, ​ເຄື່ອງ​ເຟີ​ນີ​ເຈີ… ສືບ​ຕໍ່​ປະຕິບັດ​ບັນດາມາດຕະການນຳບັ້ນຂົນຂວາຍ “ຊາວ​ຫວຽດນາມ ຊົມໃຊ້​ສິນຄ້າ​ຫວຽດນາມ” ​ເຂົ້າ​ໃນ​ຊີວິດຕົວຈິງ.
ຂ່າວ/ບົດ​ອື່ນ