ປີ 2017 ບຸລິມະສິດອັນດັບໜຶ່ງໃຫ້ແກ່ສັນຕິພາບ

ປີ 2017 ບຸລິມະສິດອັນດັບໜຶ່ງໃຫ້ແກ່ສັນຕິພາບ - ảnh 1
ທ່ານເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Antonio Guterres
(ພາບ: Getty Images/VGP)


(vovworld) - ​ວັນ​ທີ 01/01, ໃນ​ສານ​ຕ້ອນ​ຮັບ​ປີ​ໃໝ່ ແລະ ​ຂີດ​ໝາຍ​ເປັນ​ມື້​ທຳ​ອິດ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ Antonio Guterres ຖະ​ແຫຼງວ່າ, ປີ 2017 ຈະ​ແມ່ນ​ປີ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃຫ້ແກ່​ສັນ​ຕິ​ພາບ. ໃນ​ມື້​ທຳ​ອິດ​ໃນ​ຖາ​ນະເປັນ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທ່ານ Guterres ໄດ້​​ເລັ່ງ​ລັດ​ປະ​ຊາ​ຊົນ​ທຸກ​ໆຄົນ​ໃນ​ໂລກ​ປະ​ຕິ​ບັດ “ຄຳ​ຮຽກ​ຮ້ອງ​ຂອງ​ປີ​ໃໝ່: ຈົ່ງ​ໃຫ້​ພວກ​ເຮົາ​ຕັດ​ສິນ​ໃຈ​ຖືສັນ​ຕິ​ພາບ​ເປັນ​ຕົ້​ນ. ຈົ່ງ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ປີ 2017 ກາຍ​ເປັນ​ປີ​ເຊິ່ງ​ພວກ​ເຮົາ - ບັນ​ດາ​ສາ​ມັ​ນ​ຊົນ, ລັດ​ຖະ​ບານ, ການ​ນຳ - ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ແຕກ​​ຕ່າງ”. ທ່ານ Guterres ຖື​ວ່າ, ມີ​ຄວາມ​ແຕກ​ຕ່າງ​ໃຫຍ່​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ, ປະ​ຊາ​ຄົມ​ສາ​ກົນ​ກໍ​​ຂາດ “ຄວາມ​ສາ​ມາດ” ເພື່ອ​ສະ​ກັດ​ນັ້ນ​ບັນ​ດາ​ການ​ປະ​ທະ​ກັນ. ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​​ຈຳ​ເປ​ັນ​ຕ້ອງ​ພັດ​ທະ​ນາ “ພື້ນ​ຖານ​ການ​ທູດ​ເພື່ອ​ສັ​ນ​ຕິ​ພາບ”, ເຊິ່ງ​ທ່ານ​ມີ​ແຜນ​ການ​ສຸມ​ໃສ່​ເຂົ້າ​ຂົງ​ເຂດນີ້. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ປະ​ຊາ​ຊາດຄົນ​ໃໝ່​ກໍ່​ຖະ​ແຫຼງ​ຈະ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຫຼົບ​ລ້າງ​ບັນ​ດາ​​​ການຂາດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ເຊິ່ງ​ໃນ​ວິ​ວັດ​ການ​ຫັນ​ເປັນ​ທົ່ວ​ໂລກ ແລະ ຄວາມ​ກ້າວ​ໜ້າ​ດ້ານ​ເຕັກ​ນິກ​ຈະ​ເຮັດ​ໃຫ້​ເລິກ​ເຊິ່ງກວ່າ, ກໍ່​ໃຫ້​ເກີດ​ສະ​ພາບ​​ຫວ່າງ​ງານ ແລະ ​ຄວາມ​ເສຍ​ຫວັງ, ພິ​ເສດ​ແມ່ນ​ໃນ​ລຸ້ນຊາວ​ໜຸ່ມ​.

ຂ່າວ/ບົດ​ອື່ນ