ປີ 2017 ສ້າງທ່າໃຫ້ວິສາຫະກິດພັດທະນາ

ປີ 2017 ສ້າງທ່າໃຫ້ວິສາຫະກິດພັດທະນາ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ມີ​ການ​ປະຕິ​ຮູບ​ຢ່າງ​ແຮງ​ຂອງ​ລັດຖະບານ, ຈຳນວນ​ວິ​ສາ​ຫະກິດ​ຈົດ​ທະບຽນ​ສ້າງ​ຕັ້ງ​ໃນ​ປີ 2016 ບັນລຸ​ລະດັບ​ສະຖິຕິ​ແມ່ນ 110.100 ວິ​ສາ​ຫະກິດ, ດ້ວຍ​ຈຳນວນ​ທຶນ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ເຂົ້າ​ຕະຫຼາດ​ແມ່ນ​ເພີ່ມ​ຂຶ້ນ​ກວ່າ 48% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2015. ນີ້​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ໃນ​ປີ 2017 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ​. ທ່ານ​ນາງ ​ເຈິ່ນທິຮົ່ງມິ​ງ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ຮັກສາ​ທ່າ​ເຕີບ​ໂຕ​ວິ​ສາ​ຫະກິດ​ໃນ​ປີ 2017 ​ໄວ້​ຢ່າງ​ໝັ້ນຄົງ, ຂ້າພະ​ເຈົ້າ​ຖື​ວ່າ, ຝ່າຍ​ລັດຖະບານ, ບັນດາ​ອົງການ​ລັດຖະບານ​ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ກໍ່​ຄື​ບັນດາ​ເອກະສານ​ແນະນຳ​ປະຕິບັດ​ອື່ນໆ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ວິ​ສາ​ຫະກິດ​ເມື່ອ​ເຂົ້າ​ຮ່ວມ​ຕະຫຼາດ​ເຄື່ອນ​ໄຫວ ກໍ່​ຄື​ຖອນ​ອອກ​ຈາກ​ຕະຫຼາດ. ຄຽງ​ຂ້າງ​ນັ້ນ​ແມ່ນ​ປະຕິບັດ​ບັນດາ​ມາດ​ຕະການ​ຂອງ​ລັດຖະບານ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ສະດວກ​ກວ່າ ກໍ່​ຄື​ສ້າງ​ບັນດາ​ມາດ​ຕະການ​​ເພື່ອໜູນ​ຊ່ວຍ​ວິ​ສາ​ຫະກິດ​ໃຫ້​ພັດທະນາ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ປີ 2017“.

ຂ່າວ/ບົດ​ອື່ນ