ປີ 2020, ສະ​ພາ​ແຫ່ງ​ຊາດ​ຕິດຕາມກວດ​ກາ​​​ຫົ​ວ​​ເລື່​ອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບການ​ປ້ອງ​ກັນ ແລະ ຕ້ານ​ການ ທຳ​ຮ້າຍ​​ເດັກ​ນ​ອ້ຍ

(VOVWORLD) - ດ້ວຍບັດເຫັນດີເປັນຈຳນວນຫຼາຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີວ່າ ໃນປີ 2020, ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາຫົວເລື່ອງປະຕິບັດນະໂຍບາຍ, ກົດໝາຍປ້ອງກັນ ແລະ ຕ້ານການ ທຳຮ້າຍເດັກນ້ອຍ.
ປີ 2020, ສະ​ພາ​ແຫ່ງ​ຊາດ​ຕິດຕາມກວດ​ກາ​​​ຫົ​ວ​​ເລື່​ອງ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບການ​ປ້ອງ​ກັນ ແລະ ຕ້ານ​ການ ທຳ​ຮ້າຍ​​ເດັກ​ນ​ອ້ຍ - ảnh 1ພາບປະກອບ (quochoi.vn)

ຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລື ໃບຍຶນສະເໜີ ກ່ຽວກັບຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ປີ 2020.

ຄາດວ່າໂຄງການຕິດຕາມ ກວດກາຂອງສະພາແຫ່ງຊາດ ປີ 2020 ຢູ່ກອງປະຊຸມຄັ້ງທີ 9 ແລະ ຄັ້ງທີ 10 ນັ້ນຄະນະປະຈຳການສະພາແຫ່ງຊາດຈະໄດ້ຍ່ືນສະເໜີຕໍ່ສະພາແຫ່ງຊາດລວມມີ: ການພິຈາລະນາບັນດາບົດລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມບັນດາໝາກຜົນຂອງການປະຕິບັດແຜນການພັດທະນາດເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2020; ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະຕິບັດການປະຢັດມັດທະຍັດ, ຕ້ານການຟຸ່ມເຟືອຍ, ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ; ດຳເນີນການຊັກຖາມ ແລະ ການຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ…

ດ້ວຍບັດເຫັນດີເປັນຈຳນວນຫຼາຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີວ່າ ໃນປີ 2020, ສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາຫົວເລື່ອງປະຕິບັດນະໂຍບາຍ, ກົດໝາຍປ້ອງກັນ ແລະ ຕ້ານການ ທຳຮ້າຍເດັກນ້ອຍ.

ແລະກໍ່ໃນຕອນເຊົ້າວັນທີ 3 ມິຖຸນາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການຈັດແບ່ງ, ນຳໃຊ້ແຫຼ່ງທຶນສຳຮອງຂອງແຜນການລົງທຶນສາທາລະນະໄລຍະກາງໄລຍະ2016 – 2020 ແລະ ຮັບຟັງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸ້ງ ອາຟິປາຍ, ເຮັດແຈ້ງບາງບັນຫາເຊິ່ງສະມາຊິກສະພາແຫ່ງຊາດຍົກອອກມາ.

ຕອບກັບ

ຂ່າວ/ບົດ​ອື່ນ